(ພາບປະກອບ)
(vovworld) - ອາຊຽນ ພວມສົ່ງເສີມ 6 ຫົວຂໍ້ທ່ອງທ່ຽວຄົ້ນຫາ ແລະ ປະດິດສ້າງ ເພື່ອແນໃສ່ສົ່ງເສີມບັນດາລາຍການທ່ອງທ່ຽວຫຼາຍປະເທດໃນພາກພື້ນ. ນີ້ແມ່ນສ່ວນໜຶ່ງຂອງຍຸດທະສາດໂຄສະນາການທ່ອງທ່ຽວອາຊຽນ ໄລຍະ 2012 – 2015. ແຈ້ງການສື່ມວນຊົນໃນວັນທີ 11/07 ຂອງຄະນະເລຂາອາຊຽນ ໃຫ້ຮູ້ວ່າ 6 ຫົວຂໍ້ທ່ອງທ່ຽວຄົ້ນຫາ ແລະ ປະດິດສ້າງ ເຊິ່ງອາຊຽນສົ່ງເສີມນັ້ນແມ່ນ: “ຮັບປະທານອາຫານຂອງອາຊີຕາເວັນອອກສ່ຽງໃຕ້”, “ອາຊຽນ - ແດນສະຫວັນເຂດຮອນບັນດານະຄອນລະດັບໂລກ” “ຄົ້ນຫາບັນດາມູນເຊື້ອແຕກຕ່າງກັນ”, “ກິລາ ແລະ ພັກຜ່ອນ” ແລະ “ການປະດິດສ້າງຫຼາຍຮູບຫຼາຍແບບໃນຍຸກປະຈຸບັນ”. ທ່ານ Aung Zaw Win, ຫົວໜ້າກົມກະຊວງໂຮງແຮມ ແລະ ທ່ອງທ່ຽວມຽນມາ ທັງເປັນປະທານກຸ່ມວຽກງານພັດທະນາຜະລິດຕະພັນທ່ອງທ່ຽວອາຊຽນ ໃຫ້ຮູ້ວ່າ ການທ່ອງທ່ຽວຄົ້ນຫາກ່ຽວຂ້ອງເຖິງບັນດາມໍລະດົກ, ສິລະປະ ແລະ ບັນດາຈຸດພົ້ນເດັ່ນຂອງສະຖານທີ່ທ່ອງທ່ຽວຕ່າງໆໃນອາຊຽນ, ຕອບສະໜອງທ່າອ່ຽງພັດທະນາຕາມຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວໃນປະຈຸບັນ.