(vovworld) - ແຕ່ວັນທີ 16 – 23/01, ຢູ່ Kuching, ລັດ Sarawak, ປະເທດມຽນມາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 17 (AFT 2014) ດ້ວຍຫົວຂໍ້ວ່າ “ອາຊຽນ - ພ້ອມກັນຊຸກຍູ້ພັດທະນາການທ່ອງທ່ຽວ”, ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເວທີປາໄສການທ່ອງທ່ຽງອາຊຽນ ແລະ ງານຕະຫຼາດນັດທ່ອງທ່ຽວສາກົນ Travex. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໂຮ່ແອງຕ໋ວນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.
ໃນຖະແຫຼງການຮ່ວມສິ້ນສຸດກອງປະຊຸມ AFT 17 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຄັ້ງທີ 13 ຖືກຈັດຂຶ້ນໃນວັນທີ 20/01, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຕິດຕາມກວດກາເລື່ອງປະຕິບັດບັນດາມາດຕະການທີ່ຍັງເຫຼືອ ເພື່ອມີການໜູນຊ່ວຍການກໍ່ສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ຢ່າງຫັນການ. ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໃຫ້ຂໍ້ສັງເກດວ່າ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຍັງແມ່ນຈຸດນັບພົບອັນດູດດື່ມສຳລັບແຂກທ່ອງທ່ຽວໃນພາກພື້ນ ແລະ ຢູ່ໃນໄລກ, ໃນຂະນະທີ່ປີ 2013 ໄດ້ຕ້ອນຮັບແຂກທ່ອງທ່ຽວ 90,2 ລ້ານທ້ຽວຄົນ, ເພື່ມຂຶ້ນ 12% ເມື່ອທຽບໃສ່ປີ 2012. ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາການປະຕິບັດໂຄງປະກອບການທ່ອງທ່ຽວອາຊຽນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແນໃສ່ຮັບປະກັນການພັດທະນາຂະແໜງທ່ອງທ່ຽວໃນພາກພື້ນຢ່າງໝັ້ນຄົງ. ຜ່ານຖະແຫຼງການຮ່ວມອາຊຽນ ກ່ຽວກັບການປະຕິບັດຂໍ້ກຳນົດຄຸນສົມບັດໃຫ້ການທ່ອງທ່ຽວທົ່ວໂລກ ຂອງອົງການທ່ອງທ່ຽວໂລກ ສັງກັດສະຫະປະຊາຊາດ.