(vovworld) – ຖະແຫຼງຂ່າວສື່ມວນຊົນຂອງຄະນະເລຂາອາຊຽນ ໃຫ້ຮູ້ວ່າ, ກຸ່ມເຮັດວຽກກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍ (SMEWG) ອາຊຽນ ໄດ້ສົມທົບກັບພັນທະມິດດຳເນີນທຸລະກິດ ອາເມລິກາ - ອາຊຽນ ແລະ ເຄືອຂ່າຍນັກທຸລະກິດຍິງອາຊຽນ (AWEN) ຫາກໍ່ຈັດຕັ້ງການເຈລະຈາກ່ຽວກັບບັນຫາປັບປຸງຄວາມສະເໝີພາບລະຫວ່າງຍິງຊາຍ ໃນການດຳເນີນທຸລະກິດ ແລະ ພັດທະນາວິສາຫະກິດ. ການເຈລະຈາມີຫົວຂໍ້ວ່າ “ການເຈລະຈານະໂຍບາຍກ່ຽວກັບການມອບສິດໃຫ້ນັກທຸລະກິດຍິງ ມຸ່ງໄປເຖິງປະຊາຄົມເສດຖະກີດອາຊຽນ”, ເຊິ່ງຈັດຂຶ້ນຢູ່ບາງກອກ, ປະເທດໄທ. ບັນດາຜູ້ແທນໄດ້ເຫັນດີນຳກັນໂດຍຖືວ່າ, ສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍ ໄດ້ເປັນການທ້າທາຍອັນໃຫຍ່ຫຼວງສຳລັບເລື່ອງເລີ່ມດຳເນີນອາຊີບ. ພັດທະນາ ແລະ ຫັນເປັນສາກົນຂອງບັນດານັກທຸລະກິດຍິງ. ບັນດາຜູ້ແທນໄດ້ແບ່ງປັນຮູບແບບ, ບົດຮຽນ ແລະ ປະສົບການໃນການສົ່ງເສີມ, ຊຸກຍູ້ບັນດາວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງ, ພ້ອມທັງຍົກອອກຄຳຕັກເຕືອນແນໃສ່ນຳບັນຫາຍົກສູງຈິດໃຈດຳເນີນທຸລະກິດ ແລະ ພັດທະນາວິສາຫະກິດຂອງແມ່ຍິງ ເຂົ້າໃນເນື້ອໃນພິຈາລະນາຂອງ SMEWG ໃນການສ້າງວິໄສທັດຍຸດທະສາດ ແລະ ແຜນການເຄື່ອນໄຫວ SME ອາຊຽນ ໄລຍະ 2016 – 2025 ແລະ ວິວັດການປະຕິບັດວິໄສທັດດັ່ງກ່າວໄລຍະ 2016 – 2020.