ອາຊຽນ ມານະພະຍາຍາມສ້າງປະຊາຄົມໃນປີ 2015 ສຳເລັດຜົນ

ອາຊຽນ ມານະພະຍາຍາມສ້າງປະຊາຄົມໃນປີ 2015 ສຳເລັດຜົນ - ảnh 1
(ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ)

(vovworld) –  ກ່ອນ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 24 ຈະ​ຈັດ​ຂຶ້ນ​ຢູ່​ມຽນມາ ​ໃນ​ວັນ​ທີ 10 ​ແລະ 11/05, ຕ້ອບສຳພາດ​ກັບ​ນັກ​ຂ່າວກ່ຽວ​ກັບ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ ກໍ່​ຄື​ບຸລິມະສິດ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ແມ່ນ​ບານພັບ​ໃຫ້​ແກ່​ການ​ກຳນົດ​ທິດ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ ​ໃນ​ທັງ​ປີ 2014, ກະກຽມ​​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

        ​ເພື່ອ​ເຕື້ອ​ງ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ ຝ້າ​ມກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ:

        “ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ນຳ​ໜ້າ, ຈະ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ກອງ​ປະຊຸມ​ຂັ້ນ​ສູງ ​ແລະ ບັນດາ​ກອງ​ປະຊຸມ​ທີ່ກ່ຽວຂ້ອງ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຂອງ​ອາ​ຊຽນ ຕາມ​​ເນື້ອ​ໃນຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີຄວາມຜິດຊອບ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍ​ບຸລິມະສິດ ​ນັ້ນແມ່ນ​ເຮັດ​ແນວ​ໃດ​ປະຕິບັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ​ໃຫ້​ໄດ້; ສ້າງ​ວິ​ໄສ​ທັດເພື່ອ​​ອາ​ຊຽນ ​ສາມາດ​ພັດທະນາ​ໃນ​ໄລຍະ​ຍາວ ​ແລະ ຍົກ​ການ​ເຊື່ອມ​ຈອດ​ອາ​ຊຽນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ພາຍຫຼັງ​ປີ 2015. ຫວຽດນາມ ກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ອາ​ຊຽນ ຕ້ອງ​ເປັນ​ເຈົ້າ​ການ ຕັ້ງໜ້າ ​ເສີມ​ຂະຫຍາຍ​ສຽງ​ເວົ້າ​ຂອງ​ຕົນ ​ໃນ​ບັນດາ​ບັນຫາ​ກ່ຽວ​ຂ້ອງ​​ເຖິງ​ພາກ​ພື້ນ ກ່ຽວກັບ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ”.

        ທ່ານ​ຮອງ​ລັດຖະມົນຕີ ຝ້າ​ມກວາງ​ວິ​ງ ກໍ່​ຢືນຢັນ​ວ່າ ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ທີ່​ຈີນ ຫາ​ກໍ່​ມີ​ການ​ກຳ​ທະລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ