ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຈີນ

(VOVWORLD) - ໃນ 6 ເດືອນຕົ້ນປີນີ້, ອາຊຽນ ສືບຕໍ່ແມ່ນຈຸດພົ້ນເດັ່ນ ເມື່ອຮັກສາທີ່ຕັ້ງອັນດັບໜຶ່ງ ໃນຈຳນວນບັນດາຄູ່ຮ່ວມມືດ້ານການຄ້າຂອງ ຈີນ, ໃນນັ້ນ ຂອບຂະໜາດການສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ຈີນ ຢືນອັນດັບໜຶ່ງໃນກຸ່ມ ອາຊຽນ. 

   ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີ ຈີນ ທີ່ປະກາດໃນວັນທີ 14 ກໍລະກົດ ໄດ້ສະແດງໃຫ້ເຫັນວ່າ ໃນ 6 ເດືອນຕົ້ນປີນີ້, ວົງເງິນການຄ້າແລກປ່ຽນຄ້າຂາຍ 2 ສົ້ນລະຫວ່າງ ອາຊຽນ ແລະ ຈີນ ບັນລຸເກືອບ 290 ລ້ານ USD, ເພີ່ມຂຶ້ນ 5,6%, ກວມເອົາ 14,7% ຍອດວົງເງິນການຄ້າຂອງ ຈີນ. ໃນນັ້ນ, ການຄ້າລະຫວ່າງ ຫວຽດນາມ ກັບ ຈີນ ໄດ້ສວມບົດບາດເປັນສຳຄັນ ໃນການເຕີບໂຕລວມລະຫວ່າງ ຈີນ ແລະ ອາຊຽນ.

        ອາຊຽນ ກໍ່ແມ່ນຄູ່ຮ່ວມມືໜຶ່ງດຽວທີ່ມີວົງເງິນການຄ້າແລກປ່ຽນຄ້າຂາຍ 2 ສົ້ນທີ່ເຕີບໂຕເປັນບວກກັບ ຈີນ ແລະ ແມ່ນໜຶ່ງໃນຈຳນວນ 3 ຄູ່ຮ່ວມມືແຖວໜ້າຂອງ ຈີນ ລວມມີ ອາຊຽນ, ສະຫະພາບ ເອີຣົບ (ອີຢູ) ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ