ອາຊຽນ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ການາດາ

(VOVWORLD) -ອາຊຽນ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ການາດາ, ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນການພົວພັນກັບອາຊຽນ ແມ່ນເສົ້າຄ້ຳສຳຄັນໃນນະໂຍບາຍການຕ່າງປະເທດຂອງ ການາດາ.
ອາຊຽນ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ການາດາ - ảnh 1ການເຈລະຈາ ອາຊຽນ - ການາດາ ຄັ້ງທີ 18
(ພາບ: TTXVN)

ວັນທີ 13 ກໍລະກົດ, ການເຈລະຈາ ອາຊຽນ - ການາດາ ຄັ້ງທີ 18 ໄດ້ດຳເນີນທາງອອນລາຍ. ທີ່ການເຈລະຈາ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ການາດາ Paul Thoppil ເນັ້ນໜັ້ກວ່າ, ອາຊຽນ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ການາດາ, ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນການພົວພັນກັບອາຊຽນ ແມ່ນເສົ້າຄ້ຳສຳຄັນໃນນະໂຍບາຍການຕ່າງປະເທດຂອງ ການາດາ. ທ່ານ Paul Thoppil ປາດຖະໜາຢາກຍົກລະດັບການພົວພັນກັບອາຊຽນ ແລະ ເຂົ້າຮ່ວມບັນດາກົນໄກຮ່ວມມືໂດຍອາຊຽນ ເປັນປະທານຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.

        ບັນດາປະເທດອາຊຽນ ແລະ ການາດາ ໄດ້ເຫັນດີຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນການຄ້າ ແລະ ການລົງທຶນ, ຮັກສາການເຊື່ອມຕໍ່ລະບົບການສະໜອງ; ໃຫ້ບຸລິມະສິດແກ່ການເລີ່ມດຳເນີນການເຈລະຈາສ້າງເຂດການຄ້າເສລີ (FTA) ອາຊຽນ - ການາດາ 2021.

        ກ່າວຄຳເຫັນທີ່ກອງປະຊຸມ, ໂດຍຕາງໜ້າຄະນະຜູ້ແທນຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດຫວຽດນາມ ສະເໜີໃຫ້ ການາດາ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດຂອງອາຊຽນ; ໜູນຊ່ວຍບັນດາປະເທດອາຊຽນ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງ ຍຸຕິທຳ, ສະເໝີພາບ, ປອດໄພ ແລະ ມີປະສິດທິຜົນ; ສົມທົບກັນຮັກສາ ແລະ ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນ, ຮັບປະກັນລະບົບການສະໜອງ. ຫວຽດນາມ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກວ່າ, ອາຊຽນ ແລະ ການາດາ ຄວນສົມທົບກັນເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ເຊີດຊູກົດໝາຍສາກົນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ຫັນເປັນການທະຫານ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ