(ພາບ: asean.org)
(vovworld) - ວັນທີ 10/04, ຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຢາກາກຕາ, ປະເທດອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຄະນະກຳມະການປະສານງານລວມອາຊຽນ - ການາດາ (AC - JCC) ພາຍໃຕ້ການເປັນປະທານຂອງປະທານຮ່ວມ, ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າປະຈຳສິງກະໂປຢູ່ອາຊຽນ Tan Hung Seng ແລະ ທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າປະຈຳການາດາ ຢູ່ອາຊຽນ Donald Bobisah. ກອງປະຊຸມໄດ້ສຸມໃສ່ພິຈາລະນາ ແລະ ຕີລາຄາຄວາມຄືບໜ້າຂອງການປະຕິບັດແຜນການເຄື່ອນໄຫວ (POA) ໃນຂອບເຂດການຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືອາຊຽນ - ການາດາ ໄລຍະ 2010 – 2015. 2 ຝ່າຍຢືນຢັນຄວາມສຳຄັນໃນການສືບຕໍ່ປະຕິບັດ POA ຢ່າງມີປະສິດທິຜົນ, ພ້ອມທັງເປັນເອກະພາບສືບຕໍ່ເປີດກວ້າງ ແລະ ເພີ່ມທະວີການຮ່ວມມືໃນບາງຂົງເຂດຄື: ອາດຊະຍາກຳຂ້າມຊາດ, ສິດຂອງມະນຸດ, ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຕັກໂນໂລຊີ ແລະ ການປ່ຽນໃໝ່....