ອາຊຽນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການ ເຕີບໂຕຂອງຂະແໜງທ່ອງທ່ຽວ

ອາຊຽນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການ ເຕີບໂຕຂອງຂະແໜງທ່ອງທ່ຽວ - ảnh 1
ພາບປະກອບ

(vovworld) - ຕາມ​ແຈ້ງ​ການ​ທາງ​ສື່​ມວນ​ຊົນ​ເມື່ອ​ວັນ​ທີ 7/6, ​ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ກ່ຽວ​ກັບ ອາຊີ​ຕາ​ເວັນ​ອອກ ປີ 2013 (WEF ອາຊີ​ຕາ​ເວັນ​ອອກ 2013) ຢູ່​ມຽນມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ຫຼັກການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ຢ່າງ​ຄົບ​ຖ້ວນ ​ແລະ ຜັນ​ຂະຫຍາຍ​ກົນ​ໄກ ວີ​ຊາ ລວມ​ໃນ​ກຸ່ມ ອາ​ຊຽນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ພັດທະນາ ​ແລະ ບັນລຸ​ຈຸດໝາຍ​ເຕີບ​ໂຕ​ຕື່ມ​ອີກ 20%. ​ແຈ້ງ​ການ​ທາງ​ສື່​ມວນ​ຊົນ​ຊີ້​ແຈ້ງ​ບັນດາ​ລັດຖະມົນຕີ ອາ​ຊຽນ ພວມ​ມານະ​ພະຍາຍາມ​ເພື່ອ​ໂຄສະນາ​ ອາ​ຊຽນ ຄື​ດັ່ງ​ຈຸດ​ນັດ​ພົບ​ທີ່​ສະໜິດສະໜົມ ​ແລະ ປະ​ເອີ​ບ​ໃຈດ້ວຍ​ແນວ​ຄວາມ​ຄິດ 2, 3 ສະຖານ​ທີ່​​ແວ​ຢາມ​ໃນ​ການທ່ອງທ່ຽວ​.

ຂ່າວ/ບົດ​ອື່ນ