(VOVWORLD) -ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສູງປະຊາຄົມວັດທະນະທຳ-ສັງຄົມກາງໄລຍະການປະຕິບັດແຜນການສັງລວມຂອງປະຊາຄົມຮອດປີ 2025.
ກອງປະຊຸມຄັ້ງທີ 24 ຕາມຮູບການອອນລາຍ
(ພາບ: nhandan.com.vn)
|
ໃຫ້ບຸລິມະສິດໃນການຮັບມື ແລະ ການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ນັ້ນແມ່ນຄຳຢືນຢັນຂອງທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຮອງປະທານຄະນະກຳມະການແຫ່ງຊາດອາຊຽນ 2020, ປະທານສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) 2020 ທີ່ກອງປະຊຸມຄັ້ງທີ 24 ຕາມຮູບການອອນລາຍ, ໃນວັນທີ 06 ພະຈິກ.
ໃຫ້ຂໍ້ສັງເກດກ່ຽວກັບໂລກລະບາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສຸຂະພາບຂອງປະຊາຊົນ, ລະບົບສຸກເສີນສຸຂະພາບ ແລະ ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ກໍຄືຫຼາຍແງ່ມູມຂອງສັງຄົມຂອງທຸກໆປະເທດໃນໂລກເວົ້າລວມ ແລະ ອາຊຽນ ເວົ້າສະເພາະ, ທ່ານ ດ່າວງອັກຢຸງ ຊີ້ແຈ້ງວ່າ: ບັນດາສິ່ງທ້າທາຍເຊິ່ງໂລກລະບາດໂຄວິດ-19 ໄດ້ວາງອອກຮຽກຮ້ອງໃຫ້ລັດຖະບານບັນດາປະເທດຕ້ອງຮັບມືກັບສະພາບຮີບດ່ວນ ເພື່ອແນໃສ່ປົກປ້ອງຊີວິດອິນຊີຂອງປະຊາຊົນ, ຮັບປະກັນພື້ນຖານເສດຖະກິດໃຫ້ເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສູງປະຊາຄົມວັດທະນະທຳ-ສັງຄົມກາງໄລຍະການປະຕິບັດແຜນການສັງລວມຂອງປະຊາຄົມຮອດປີ 2025.
ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ອອກຖະແຫຼງການຮ່ວມ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງຕໍ່ເອກະສານ 12 ສະບັບ, ຖະແຫຼງການ, ໃນນັ້ນມີເອກະສານ, ຖະແຫຼງການ 2 ສະບັບຈະໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ເພື່ອໃຫ້ຮັບຮອງເອົາ.