(vovworld) - ຮອບເຈລະຈາຄັ້ງທຳອິດກ່ຽວກັບສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານພາກພື້ນ (ຫຼື RCEP) ຈະໄດ້ເລີ່ມດຳເນີນໃນເດືອນ 5 ຈະມາເຖິງ. ຕາມຖະແຫຼງການຂອງທ່ານປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22 ເຊິ່ງຈັດຕັ້ງຢູ່ ບຣູໄນ, ບັນດານັກເຈລະຈາທີ່ມາຈາກ 16 ປະເທດຈະພົບປະໃນເວລາ 5 ວັນ, ເລີ່ມແຕ່ວັນທີ 9/5, ຢູ່ ບຣູໄນ, ເພື່ອປຶກສາຫາລືບາງເນື້ອໃນຕົ້ນຕໍ່ໃນວິວັດການເຈລະຈາ RCEP, ໃນນັ້ນສຸມໃສ່ເຂົ້າໃນບັນດາບັນຫາສິນຄ້າ, ການບໍລິການ ແລະ ການລົງທຶນ. RCEP ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 6 ຄູ່ຮ່ວມມືເສດຖະກິດສຳຄັນຂອງກຸ່ມ ແມ່ນ: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕາລີ, ນິວຢີແລນ ແລະ ອິນເດຍ (ຫຼື ອາຊຽນ + 6). ປະຈຸບັນ, ບັນດາປະເທດ ອາຊຽນ ພວມມີສັນຍາການຄ້າເສລີ (ຫຼື FTA) ສະເພາະ ກັບບັນດາປະເທດດັ່ງກ່າວ.