(ພາບປະກອບ)
(vovworld) - ວັນທີ 09/05, 10 ປະເທດສະມາຊິກຂອງອາຊຽນ ແລະ 6 ຄູ່ຮ່ວມມືເສດຖະກິດສຳຄັນຂອງກຸ່ມແມ່ນຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສຕາລີ, ນິວຊີແລນ ແລະ ອິນເດຍ (ເຊິ່ງເອີ້ນວ່າ ອາຊຽນ +6) ເລີ່ມດຳເນີນຮອບເຈລະຈາທຳອິດມຸ່ງໄປສູ່ການສ້າງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຊິ່ງແມ່ນໜຶ່ງໃນບັນດາກຸ່ມການຄ້າເສລີໃຫຍ່ກວ່າໝູ່ຢູ່ໃນໂລກ. ຄາດວ່າ, ຮອບເຈລະຈາຄັ້ງທຳອິດຈະດຳເນີນໄປເປັນເວລາ 5 ວັນ ຢູ່ບຣຸໄນ, ອາຊຽນ +6 ຈະປຶກສາຫາລືກ່ຽວກັບຂອບເຂດ ແລະ ວິທີການເຈລະຈາ RCEP ເພື່ອແນໃສ່ມຸ່ງໄປເຖິງຂໍ້ຕົກລົງໃນປີ 2015. ຄຽງຂ້າງເລື່ອງສ້າງຕັ້ງຄະນະກຳມະການເຊິ່ງລວມມີບັນດາເຈົ້າໜ້າທີ່ຂັ້ນສູງ, ອາຊຽນ +6 ກໍຈະຜັນຂະຫຍາຍບັນດາກຸ່ມປະຕິບັດງານທີກ່ຽວຂ້ອງເຖິງການເຄື່ອນໄຫວແລກປ່ຽນສິນຄ້າ, ການບໍລິການ ແລະ ການລົງທຶນ. ຖະຫາກປະກົດຜົນເປັນຈິງ, RCEP ຈະມີ 3 ຕື້ຄົນ, ກວມປະມານ 1/2 ຕະຫຼາດທົ່ວໂລກ ແລະ 1/3 ມຸນຄ່າເສດຖະກິດໂລກ.