( vovworld ) - ວັນທີ 26/2, ມີທະຫານອາເມລິກາ 7 ຄົນຖືກບາດເຈັບເມື່ອບັນດາຜູ້ແຫ່ຂະບວນປະທ້ວງຄັດຄ້ານເລື່ອງຈູດຄຳພີໂກຣານ ໄດ້ແກ່ວງລະເບີດມືເຂົ້າໃສ່ຖານທີ່ໝັ້ນການທະຫານຂອງອາເມລິກາ ຢູ່ເທດສະບານເມືອງ Imam Sahib ຂື້ນກັບແຂວງ Kunduz, ທາງທິດເໜືອອາບການິດສະຖານ. ມີປະມານ 2.000 ຄົນຢູ່ເທດສະບານເມືອງ Imam Sahib ໄດ້ແຫ່ຂະບວນປະທ້ວງຄັດຄ້ານເລື່ອງທະຫານອາເມລິກາ ຈູດຄຳພີໂກຣານ. ຍອດຈຳນວນຜູ້ຖືກເສຍຊີວິດຢູ່ອາບການິດສະຖານ ໃນເວລາ 6 ວັນທີ່ເກີດຄວາມວຸ້ນວາຍຍ້ອນເລື່ອງຈູດຄຳພີໂກຣານ ຢູ່ຖານທີ່ໝັ້ນກອງທັບອາກາດ Bagram, ໄດ້ຂື້ນເຖິງ 30 ຄົນ. NATO ໄດ້ຖອນພະນັກງານທັງໝົດຂອງກຳລັງນີ້ອອກຈາກບັນດາອົງການຂັ້ນກະຊວງຂອງອາບການິດສະຖານ ພາຍຫຼັງທີ່ເກີດການສັງຫານຜູ້ທີ່ປຶກສາການທະຫານຂອງອາເມລິກາ ສອງຄົນຢູ່ກະຊວງພາຍໃນອາບການິດສະຖານ.