ທ່ານປະທານາທິບໍດີ ອາບການິສະຖານ Ghani
photo:baotintuc.vn
|
(vovworld)- ວັນທີ 30/9, ທີ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫລວງ ກາບູນ, ທ່ານ Hanif Atmar ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາບການິສະຖານ ແລະ ເອກອັກຄະລັດຖະທູດ ອາເມລິກາ James Cunningham ປະຈຳອາບການິສະຖານ ໄດ້ລົງນາມໃນສົນທິສັນຍາປ້ອງກັນຄວາມສະຫງົບສອງຝ່າຍ (BSA) ທີ່ຖືກໂຈະໄວ້ແຕ່ດົນແລ້ວ. ຕາມນັ້ນແລ້ວ, ອະນຸຍາດໃຫ້ພົນທະຫານອາເມລິກາ ປະມານ 10.000 ຄົນ ປະຈຳການຢູ່ປະເທດນີ້ ພາຍຫລັງວິວັດການຖອນທະຫານເມື່ອວັນທີ 31/12/2014 ເພື່ອຝືກອົມຮົມ ແລະ ໃຫ້ຄຳປຶກສາແກ່ບັນດາກຳລັງປອ້ງກັນຄວາມສະຫງົບຂອງອາບການິສະຖານ. ກ່າວຄຳເຫັນພາຍຫລັງພິທີ, ທ່ານປະທານາທິບໍດີ ອາບການິສະຖານ Ghani ຖະແຫລງວ່າ BSA ສວມບົດບາດສຳຄັນໃນການປັບປຸງການພົວພັນລະຫວ່າງ ກາບູນ ແລະ ວໍຊິງຕັນ ພ້ອມທັງຢືນຢັນ: ຂໍ້ຕົກລົງນີ້ ຈະບໍ່ກໍ່ຄວາມນາບຂູ່ໃດສຳລັບບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິສະຖານ. ທ່ານປະທານາທິບໍດີ ອາບການິສະຖານ Ghani ໃຫ້ຮູ້ວ່າ: BSA ບໍ່ອະນຸຍາດຜັນຂະຫຍາຍອາວຸດນິວເຄຼຍ ຫລື ອາວຸດເຄມີຢູ່ເຂດດິນແດນ ອາບການິສະຖານ.