ອາບການິສະຖານເປີດຊ່ອງທາງໃຫ້ແກ່ຫົວຫນ້າ Taliban ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ

ອາບການິສະຖານເປີດຊ່ອງທາງໃຫ້ແກ່ຫົວຫນ້າ Taliban ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ - ảnh 1
ພາບປະກອບ:internet


(vovworld) - ວັນ​ທີ 31/10, ທ່ານ Fazil Ahmad Manawi ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ (IEC) ຂອງ​ອາບ​ກາ​ນິສະຖານ ຖະ​ແຫລ​ງວ່າ: ຫົວ​​ຫນ້າ Taliban ​ແລະ ບັນດາກຸ່ມ​ທະຫານ​ກະບົດ​ອື່ນ​ສາມາດ​ກາຍ​ເປັນ​ຜູ້​ອອກ​ສະຫມັກ​ເລ​ືອກຕັ້ງ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຄັ້ງ​ຈະ​ມາ​ເຖິງ ຂອງ​ປະ​ເທດ​ນີ້ ຊຶ່ງ​ຄາດ​ວ່າ​ຈັດຂື້ນ​ໃນ​ວັນ​ທີ 5/4/2014. ກ່າວ​ຄຳ​ເຫັນ​ທີ​່ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫລວງ Kabul, ທ່ານ Manawi ​ໃຫ້​ຮູ້​ວ່າ: IEC ພ້ອມ​ແລ້ວ​ທີ່ເປ​ີດຊ່ອງ​ທາງ​ໃຫ້​ແກ່​ບັນດາ​ຝ່າຍ​ຄ້ານ​ປະກອບ​ອາວຸດ​ຄື: Taliban ຫລື Hezb i Islami ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ຖານະ​ເປັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ຫລື ຜູ້​ມີ​ສິດ​ເລືອກ​ຕັ້ງ ພ້ອມ​ທັງ​ຢືນຢັນ​ວ່າ ຄະນະ​ກຳມະການ​ນີ້​ຈະ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຍຸຕິ​ທຳ./.

 

 

ຂ່າວ/ບົດ​ອື່ນ