ອາບການີສະຖານ, ປາກີສະຖານ ແລະ ຕວກກີ ສ້າງສາຍໂທລະສັບດ່ວນ
(ພາບປະກອບ)
(VOV)-ວັນທີ 10/12, ໂທລະສັບສາຍດ່ວນໄດ້ຮັບການສ້າງຕັ້ງຂຶ້ນເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາທ່ານປະທານາທິບໍດີອາບການີສະຖານ, ປາກີສະຖານ ແລະ ຕວກກີ ໃນຈຸດເວລາເກີດວິກິດການ. ໂທລະສັບ ສາຍດ່ວນດັ່ງກ່າວເລີ່ມທຳການເຄື່ອນໄຫວນັບແຕ່ວັນທີ 9/12 ແຕ່ປະທານາທິບໍດີສາມປະເທດຍັງບໍ່ທັນຈຳເປັນຕ້ອງນຳໃຊ້ເທື່ອ. ຕາມແຜນການແລ້ວ, ການພົບປະຂັ້ນສຸດຍອດສາມຝ່າຍລະຫວ່າງປະທານາທິບໍດີອາບການີສະຖານ, ປາກີສະຖານ ແລະ ຕວກກີ ຈະຖືກດຳເນີນຢູ່ນະຄອນຫຼວງອານກາຣາ ປະເທດຕວກກີ ໃນວັນທີ 11-12/12 ເພື່ອສ້າງພື້ນຖານຮອບດ້ານເພື່ອຊຸກຍູ້ການເຈລະຈາການເມືອງຂັ້ນສູງ, ການຮ່ວມມືດ້ານການປ້ອງກັນຄວາມສະຫງົບ ແລະ ພັດທະນາການພົວພັນຄູ່ຮ່ວມມື. ການເຈລະຈາຈະສຸມໃສ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າໂດຍຜ່ານການປັບປຸງສາຍພົວພັນທີ່ມີຢູ່ແລ້ວ ແລະ ພັດທະນາການພົວພັນດ້ານການຂົນສົ່ງໃໝ່ລະຫວ່າງສອງປະເທດ.