ອາຟຣິກາໃຕ້ປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ
ການເຈລະຈາລະຫວ່າງ ຫວຽດນາມ ແລະ ອາຟຣິກາໃຕ້
(ພາບ: TTXVN)
(vovworld) - ວັນທີ 03/10 ຫ້ອງວ່າການສຳນັກງານປະທານາທິບໍດີ ອາຟຣິກາໃຕ້ ແຈ້ງໃຫ້ຮູ້ວ່າ: ທ່ານຮອງປະທານາທິບໍດີ Cyril Ramaphosa ຈະເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 03 – 04/10 ເພື່ອແນໃສ່ຊຸກຍູ້ການພົວພັນດ້ານການເມືອງ, ເສດຖະກິດ ແລະ ການຄ້າລະຫວ່າງ 2 ປະເທດກ່ວາອີກ. ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຂອງທ່ານຮອງປະທານາທິບໍດີ Cyril Ramaphosa, ອາຟຣິກາໃຕ້ ປາດຖະໜາຢາກ ຫັນບັນດາປະເພດສິນຄ້າສົ່ງອອກຂອງປະເທດນີ້ ໄປຍັງ ຫວຽດນາມ ເປັນຫລາຍຮູບຫລາຍແບບ ໂດຍຜ່ານການສ້າງຕັ້ງບັນດາທິດທາງສຳພັດກັບຕະຫລາດໃໝ່ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງຄື ຫວຽດນາມ. ທ່ານ Ramaphosa ກໍ່ຈະແລກປ່ຽນກັບການນຳຂອງ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເພີ່ມຈຳນວນນັກສຶກສາ ອາຟຣິກາໃຕ້ ທີ່ພວມໄດ້ຮັບການບຳລຸງສ້າງໃນຂົງເຂດເສດຖະກິດທະເລຢູ່ ຫວຽດນາມ ຕື່ມອີກ, ລວມທັງຂົງເຂດຕໍ່ກຳ່ປັ່ນ.
ລັດຖະບານ ອາຟຣິກາໃຕ້ ເນັ້ນໜັກວ່າ: ການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານຮອງປະທານາທິບໍດີ Ramaphosa ໃນຄັ້ງນີ້ ຈະສ້າງບາດກ້າວພັດທະນາໃໝ່ ໃນການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ພິເສດແມ່ນບັນດາຂົງເຂດເສດຖະກິດ ເຊິ່ງ 2 ປະເທດມີທ່າແຮງ ຄືຂົງເຂດເສດຖະກິດທະເລ. ອາຟຣິກາໃຕ້ ຕີລາຄາສູງຂະແໜງການຫາປາ ແລະ ລ້ຽງປູດສິນໃນນ້ຳຂອງ ຫວຽດນາມ ແລະ ຖືວ່າ ນີ້ແມ່ນ 1 ໃນບັນດາຂົງເຂດ, ໂຄງການພັດທະນາສຳຄັນ ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ແກ້ໄຂສະພາບການຫ່ວາງງານຢູ່ ອາຟຣິກາໃຕ້ ຄືປະຈຸບັນ.