ອາເມລິກາຈັດສົ່ງ ເຮືອບິນເອລີກອບເຕີ ໄປຍັງຖານທີ່ໝັ້ນຂອງ ຍີປຸ່ນຕື່ມອີກ
ເຮືອບິນເອລີກອບເຕີ ຂົນສົ່ງ MV – 22 Osprey (ພາບ: internet)
|
Vovworld- ຫວ່າງແລ້ວນີ້, ອາເມລິກາໄດ້ຈັດສົ່ງເຮືອບິນເອລີກອບເຕີ ຂົນສົ່ງ MV – 22 Osprey ໄປຍັງຖານທີ່ໝັ້ນກອງທັບອາກາດ Futenma ຂອງປະເທດນີ້ຢູ່ແຂວງ ໂອກິນາວາ ທາງພາກໃຕ້ຍີປຸ່ນ. ກ່ອນໜ້ານັ້ນ 1 ວັນ, ເຮືອບິນເອລີກອບເຕີ ຍີ່ຫໍ້ດຽວກັນຈຳນວນ 6 ລຳ ກໍຖືກຈັດສົ່ງໄປຍັງຖານທີ່ໝັ້ນດັ່ງກ່າວ. ວັນທີ 02/10, ລັດຖະມົນຕີກະຊວງປ້ອງກັນຊາດຍີປຸ່ນ Satoshi Morimoto ໃຫ້ຮູ້ວ່າ ມີເຮືອບິນ Osprey ລວມທັງໝົດ 12 ລຳຈະຖືກຈັດສົ່ງມາຍັງ ຖານທີ່ໝັ້ນກອງທັບ ອາກາດແຫ່ງນີ້ ນັບແຕ່ນີ້ຮອດທ້າຍເດືອນ 10 . ປະຕິກິລີຍາ ຕໍ່ເລື່ອງ ອາເມລິກາຈັດສົ່ງເຮືອບິນ Osprey ໄປຍັງຖານທີ່ໝັ້ນຢູ່ແຂວງ ໂອກິນາວາ, ມີຊາວທ້ອງຖິ່ນປະມານ 200 ຄົນ ໄດ້ແຫ່ຂະບວນປະທ້ວງຄັດຄ້ານເລື່ອງດັ່ງກ່າວ. ທ່ານລັດຖະມົນຕີການຕ່າງປະເທດຍີປຸ່ນ Koichiro Gemba ອີກເທື່ອໜຶ່ງໄດ້ຮຽກຮ້ອງປະຊາຊົນຢູ່ ໂອກິນາວາ ຈົ່ງຍອມຮັບຕໍ່ການຈັດສົ່ງເຮືອບິນ Osprey , ພ້ອມກັນນັ້ນ, ທ່ານຍັງໃຫ້ຄຳຕັກເຕືອນວ່າ ເຮືອບິນປະເພດນີ້ ຈະສາມາດປັບປຸງກຳລັງແຮງຂອງກອງທັບອາເມລິກາ ແນໃສ່ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ຍີປຸ່ນ ແລະ ພາກພື້ນອາຊີຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດຍີປຸ່ນ Koichiro Gemba ຍັງໃຫ້ຮູ້ວ່າ ຈຳນວນເຮືອບິນເຫຼົ່ານັ້ນ ຍັງຈະຖືກຮັບໃຊ້ວຽກງານກູ້ໄພກູ້ຊີບໃນເຫດເກີດໄພທຳມະຊາດອີກດ້ວຍ