ອາເມລິກາ-ຍິ່ປຸ່ນຊຸກຍູ້ ການແກ້ໄຂການພິພາດ ບົນທະເລຕາເວັນອອກ ໂດຍໄວ
(ພາບ:baomoi.com )
(vovworld)- ວັນທີ 10/10, ອາເມລິກາ ແລະ ຍີ່ປຸ່ນ ສືບຕໍ່ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຊຸກຍູ້ມາດຕະການທາງການທູດໃຫ້ແກ່ບັນດາການພິພາດບົນທະເລຕາເວັນອອກ. ຕອບຄຳຖາມຕໍ່ວົງການນັກຂ່າວຢູ່ນອກກອງປະຊູມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 8 ຊື່ງຫາກໍ່ອັດລົງຢູ່ ບຣູໄນ, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ຊີ້ແຈ້ງວ່າ:ໃນໄລຍະເວລາຍາວນານ, ຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ແມ່ນຈຳເປັນທີ່ສຸດ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງທີ່ຖະແຫຼງປະຊາທິປະໄຕບົນທະເລຕາເວັນອອກຕ້ອງເຮັດແຈ້ງບັນດາຄຳຮຽກຮ້ອງອະທິປະໄຕຂອງຕົນ ແລະ ຕຳຮຽນຮ້ອງນີ້ຕ້ອງສອດຄ່ອງກັບກົດໝາຍສາກົນ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ສະແດງ ຄວາມຫວັງວ່າ ຝ່າຍຕ່າງໆທີ່ກ່ຽວຂ້ອງໃນການພິພາດກັນກ່ຽວກັບເຂດນ່ານທະເລບົນທະເລຕາເວັນອອກຈະສ້າງ COC ຊື່ງມີລັກສະນະພື້ນຖານດ້ານກົດໝາຍໂດຍໄວ ພ້ອມທັງເນັ້ນໜັກວ່າ: ເຂດທະເລນີ້ຕ້ອງໄດ້ຮັບການຄຸ້ມຄອງດ້້ວຍກົດໝາຍ ຫາກບໍ່ແມ່ນດ້ວຍການນຳໃຊ້ກຳລັງອາວຸດ.