ອາເມລິກາ,ຍີ່ປຸ່ນເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ 2 ຝ່າຍ
ທ່ານປະທານາທິບໍດີອາເມລິກາ Donald Trump
ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: CNN)
(vovworld) - ວັນທີ 10/02, ທ່ານປະທານາທິບໍດີອາເມລິກາ Donald Trump ພ້ອມກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ເຫັນດີຈະປຶກສາຫາລືກ່ຽວກັບຂອບເຂດການຮ່ວມມືດ້ານການຄ້າ 2 ຝ່າຍ, ພາຍຫຼັງອາເມລິກາ ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາ ພາຍຫຼັງການພົບປະຄັ້ງສຸດຍອດລະຫວ່າງການນຳ 2 ທ່ານຢູ່ວໍຊິງຕັນ, ການນຳ 2 ທ່ານໄດ້ຢືນຢັນວ່າ, ອາເມລິກາ ແລະ ຍີ່ປຸ່ນ ຕ້ອງນຳໜ້າຢູ່ພາກພື້ນອາຊີ - ປາຊີຟິກ ໃນການສ້າງຕະຫຼາດເສລີ ແລະ ຍຸຕິທຳອີງໃສ່ບັນດາຫຼັກການ. ເຖິງຢ່າງໃດກໍ່ຕາມ, ການນຳ 2 ທ່ານລ້ວນແຕ່ບໍ່ຊີ້ແຈ້ງກ່ຽວກັບເລື່ອງທີ່ວ່າອາດຈະມີຂໍ້ຕົກລົງດ້ານການຄ້າ 2 ຝ່າຍ ຈະໄດ້ຮັບບຸລິມະສິດແທນທີ່ສັນຍາມີລັກສະນະພາກພື້ນ ຫຼື ບໍ່.
ໃນຖະແຫຼງການຮ່ວມມື, ການນຳ 2 ປະເທດລ້ວນແຕ່ເຫັນດີນຳກັນວ່າ, ອາມເລິກາ ຈະເພີ່ມທະວີການມີໜ້າຢູ່ພາກພື້ນອາຊີ - ປາຊີຟິກ ແລະ ຍີ່ປຸ່ນ ຈະສວນບົດບາດສຳຄັນກວ່າໃນການພົວພັນສຳພັນທະມີດລະຫວ່າງ 2 ປະເທດ. ການນຳ 2 ທ່ານໄດ້ກະຕຸກຊຸກຍູ້ສປປ.ເກົາຫຼີ ປະລະບັນດາໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ. ການນຳ 2 ທ່ານກໍ່ເນັ້ນໜັກເຖິງຄວາມຄວາມເສລີການບິນ ແລະ ການເດີນທະເລຢູ່ທະເລຮວາຕຸງ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງບໍ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.