ອາເມລິກາ,ຍີ່ປຸ່ນແລະອິນເດຍເຈລະຈາກ່ຽວກັບຄວາມປອດໄພໃນການເດີນທະເລ
(ພາບປະກອບ)
(vovworld) - ວັນທີ 28/06, ກະຊວງການຕ່າງປະເທດອາເມລິກາ ໄດ້ແຈ້ງໃຫ້ຮູ້ວ່າ, ອາເມລິກາ, ຍີ່ປຸ່ນ ແລະ ອິນເດຍ ໄດ້ດຳເນີນການເຈລະຈາ 3 ຝ່າຍຄັ້ງທີ 7 ຢູ່ Hawaii ເພື່ອປຶກສາຫາລືກ່ຽວກັບການຄວາມປອດໄພໃນການເດີນທະເລ ແລະ ບັນດາບັນຫາອື່ນໆອີກ. ເຂົ້າຮ່ວມການເຈລະຈາຄັ້ງນີ້, ຝ່າຍອາເມລິກາ ມີທ່ານ Nisha Biswal, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຮັບຜິດຊອບບັນຫາອາຊີໃຕ້ - ອາຊີກາງ ພ້ອມກັບທ່ານ Daniel Russel, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຜູ້ຮັບຜິດຊອບເຂດອາຊີຕາເວັນອອກ - ປາຊີຟິກ. ຄະນະເຈລະຈາຍີ່ປຸ່ນໂດຍທ່ານ Takio Yamada, ຫົວໜ້າກົມອາຊີຕາເວັນອອກ ແລະ ອາຊີຕາເວັນຕົກສ່ຽງໃຕ້ ສັງກັດກະຊວງການຕ່າງປະເທດຍີ່ປຸ່ນ ນຳໜ້າ. ຝ່າຍອິນເດຍ ໂດຍບັນດາເຈົ້າໜ້າທີ່ການທູດ ແມ່ນທ່ານ Vinay Kratra, Praddep Rawat ແລະ Amandeep Gill ນຳໜ້າ. ໃນການເຈລະຈາດັ່ງກ່າວ, ເຈົ້າໜ້າທີ່ 3 ປະເທດໄດ້ປຶກສາຫາລືຫຼາຍບັນຫາ, ໃນນັ້ນມີການຮ່ວມມື 3 ຝ່າຍ ເພື່ອແນໃສ່ຮັບປະກັນຄວາມປອດໄພໃນການເດີນທະເລ.