ອາເມລິການຳໃຊ້ຮ່າງມະຕິໃໝ່ຂອງສະພາຄວາມໝັັ້ນຄົງ ສປຊ ກ່ຽວກັບການລົງໂທດ ສປປ.ເກົາຫຼີ

(VOVWORLD) -ບັນດານັກການທູດສະຫະປະຊາຊາດໃຫ້ຮູ້ວ່າ: ວັນທີ 21 ທັນວາ, ອາເມລິກາ ໄດ້ນຳໃຊ້ຮ່າງມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫ້າມ ສປປ.ເກົາຫຼີ ສົ່ງອອກສະບຽງອາຫານ, ເຄື່ອງກົນຈັກ, ອຸປະກອນເອເລັກໂນນິກ ແລະ ຊັບພະຍາກອນໂລຫະປຫະເພດຕ່າງໆ.
ອາເມລິການຳໃຊ້ຮ່າງມະຕິໃໝ່ຂອງສະພາຄວາມໝັັ້ນຄົງ ສປຊ ກ່ຽວກັບການລົງໂທດ ສປປ.ເກົາຫຼີ - ảnh 1 ສະພາຄວາມໝັັ້ນຄົງ ສປຊ (ພາບ: Reuters)

ຕາມເອກະສານສະບັບນີ້ແລ້ວ, ບັນດາປະເທດໄດ້ອະນຸຍາດຢຶດກວດກາ ແລະ ປິດລ້ອມ ບໍ່ວ່າກ່ຳປັ່ນລຳໃດ ທີ່ຂົນສົ່ງບັນດາຜະລິດຕະພັນຕ້ອງຫ້າມສຳລັບ ສປປ.ເກົາຫຼີ ໃນຂະນະທີ່ກ່ຳປັ່ນລຳນັ້ນ ພວມເຂົ້າທຽບທ່າ ຫຼື ຢູ່ໃນເຂດນ່ານທະເລຂອງເຂົາເຈົ້າ. ນອກນັ້ນ, ອາເມລິກາ ກໍ່ຢາກຈັດວາງຄຳສັ່ງເກືອດຫ້າມສຳລັບປະລິມານການສົ່ງອອກບັນດາຜະລິດຕະພັນນ້ຳມັນແອັດຊັງ ທີ່ໄດ້ກັ່ນຕອງແລ້ວ ເກືອບ 90% ໄປຍັງ ສປປ.ເກົາຫຼີ

ຕອບກັບ

ຂ່າວ/ບົດ​ອື່ນ