ອາເມລິກາປະຕິບັດມາດຕະການການທູດໃນບັນຫາທະເລຕາເວັນອອກ
ທ່ານ James Mattis, ລັດຖະມົນຕີການຕ່າງປະເທດ ອາເມລິກາ
(ພາບ: AFP/TTXVN)
(vovworld) - ວັນທີ 4/2, ທ່ານ James Mattis, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າປະຈຸບັນຍັງບໍ່ທັນຕ້ອງການໃຊ້ມາດຕະການດ້ານການທະຫານເພື່ອໂຕ້ຕອບບັນດາການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ. ເມື່ອຕອບຄຳຖາມໃນການປະຊຸມຂ່າວຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ທ່ານ James Mattis ໃຫ້ຂໍ້ສັງເກດວ່າ, ບັນດາການກະທຳຂອງຈີນຢູ່ເຂດທະເລທີ່ມີການຂັດແຍ້ງກັນນີ້ໄດ້ “ສົ່ງຜົນສະທ້ອນບໍ່ດີເຖິງຄວາມເຊື່ອໝັ້ນຂອງບັນດາປະເທດໃນພາກພື້ນ“. ເຖິງຢ່າງໃດກໍ່ຕາມ, ທ່ານຍັງຊີ້ແຈ້ງວ່າ, ປະຈຸບັນ, ບຸລິມາສິດຂອງ ອາເມລິກາຍັງຄົງແມ່ນແກ້ໄຂຄວາມເຄັ່ງຕຶງຜ່ານບັນດາມາດຕະການດ້ານການທູດ, ຮັກສາການຕິດຕໍ່ພົວພັນ ແລະ “ບໍ່ທັນຈຳເປັນຕ້ອງມີບັນດາການກະທຳດ້ານການທະຫານ“. ເຈົ້າໜ້າທີ່ປ້ອງກັນປະເທດແຖວໜ້າຂອງ ອາເມລິກາ, ຍັງໃຫ້ຄຳໝັ້ນສັນຍາຂອງ ອາເມລິກາ ອີກເທື່ອໜຶ່ງກ່ຽວກັບການປ້ອງກັນບັນດາເຂດທີ່ຂຶ້ນກັບສິດກວດກາຂອງ ຍີ່ປຸ່ນ, ລວມທັງໝູ່ເກາະ Senkaku, ເຊິ່ງ ຈີນເອີ້ນວ່າ ຕຽວອິ້.