ອາເມລິກາປະຕິບັດວິໃນ ບັນດາທະຫານຈູດປື້ມຄຳພີ Koran
ປື້ມຄຳພີ Koran ຂອງຊາວມຸດສະລີນ
( ພາບ: google.com.vn)
(vovworld) - ວັນທີ 27/8, ກອງທັບອາເມລິກາໃຫ້ຮູ້ວ່າ ໄດ້ນຳໃຊ້ບັນດາຮູບການປະຕິບັດວິໃນສຳຫຼັບບັນດາທະຫານອາເມລິກາທີ່ພວມຕັ້ງທັບຢູ່ອາບການິສະຖານ ເຊິ່ງໄດ້ເຂົ້າຮ່ວມໃນກໍລະນີຈູດປື້ມຄຳພີ Koran ຂອງຊາວມຸດສະລີນ ແລະ ມີການກະທຳບໍ່ດີທີ່ມີຕໍ່ຊາກສົບຂອງບັນດາມືປືນ ຕາລີບານ ເມື່ອຕົ້ນປີນີ້, ອັນໄດ້ເຮັດໃຫ້ຊາວ ອາບການິສະຖານ ແລະ ປະເທດບ້ານໄກ້ເຮືອນຄຽງປາກິສະຖານ ຄຽດແຄ້ນທີ່ສຸດ. ກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ປະຕິບັດວິໃນສຳຫຼັບທະຫານບົກ 6 ຄົນ ແລະ ທະຫານເຮືອສູ້ຮົບເທິງບົກ 3 ຄົນທີ່ກ່ຽວຂ້ອງເຖິງກໍລະນີດັ່ງກ່າວ ດ້ວຍເລື່ອງລົດຊັ້ນຕຳແໜ່ງ ແລະ ເງິນເດືອນ ແຕ່ບໍ່ຍົກຄຳກ່າວປະກາດໂທດອາຍາໃດໆອອກມາ.