(ພາບ:tintuc.vnn.vn)
(vovworld)- ວັນທີ 26/6, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ປະຕິເສດມາດຕະການທະຫານໃຫ້ແກ່ບັນຫາຊີຣີ ຂະນະທີ່ຖືວ່າ: ການປະທະກັນຢູ່ປະເທດນີ້ບໍ່ຄືກັນກັບລີບີ, ພ້ອມທັງຮຽກຮ້ອງໃຫ້ມາດຕະການອີງຕາມແຜນການສັນຕິພາບເຊີແນວ (ປະເທດສະວິດ) ເມືອເດືອນ 6/2012. ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ Kuwait City, ທ່ານລັດຖະມົນຕີການຕ່າງປະເທດ John Kerry ກ່າວເຕືອນວ່າ: ເສິກກາງເມືອງຢູ່ຊີຣີ ອາດຈະພາໄປເຖິງການຊຸດໂຊມຂອງລັດ, ກອງທັບ ແລະ ການທຳລາຍໂດຍການປະທະດ້ານເຊື້ອຊາດຜີວພັນໃນຫລາຍປີຂ້າງໜ້າ, ພ້ອມທັງຢືນຢັນວ່າ “ບໍ່ອາດມີມາດຕະການດ້ານການທະຫານໄດ້ ຫາກຕ້ອງກ້າວໄປເຖິງມາດຕະການທາງການທູດ” ຜ່ານການເຈລະຈາຢູ່ສະວິດ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍ່ຮຽກຮ້ອງໃຫ້ ອີຣານ ຈົ່ງຖອນທະຫານອອກຈາກຊີຣີ ແລະ ກຳລັງແຮກໂບລາ ຈົ່ງກັບຄືນລີບັງ.