( vovworld ) – ວັນທີ 13/5, ຜູ້ບັນຊາການບັນດາກຳລັງ ໂດຍອົງການນາໂຕ ນຳໜ້າຢູ່ ອາການນີສະຖານ, ນາຍພົນຂອງ ອາເມລິກາ John Allen ໄດ້ມີການພົບປະກັບຜູ້ບັນຊາການທະຫານຂອງປາກີສະຖານ-ອາບການີສະຖານ ເພື່ອເຈລະຈາກ່ຽວກັບຄວາມສະຫງົບປອດໄພໃນເຂດຊາຍແດນ. ການເຈລະຈາສຸມໃສ່ບັນດາມາດຕະການຄວບຄຸມເຂດຊາຍແດນ ແລະ ບັນດາກົນໄກເພື່ອຫລີກລ້ຽງບັນດາເຫດການເກີດຂຶ້ນໂດຍບັງເອີນຢູ່ເຂດຊາຍແດນລະຫວ່າງປາກີສະຖານ-ອາບການີສະຖານ. ຄາດວ່າ, ໃນອາທິດໜ້າ, ບັນດາການນຳປາກີສະຖານ ຈະປຶກສາຫາລືກ່ຽວກັບເລື່ອງຢຸດຕິການປິດລ້ອມເສັ້ນທາງສະໜອງໃຫ້ແກ່ກຳລັງນາໂຕຢູ່ ອາບການີສະຖານ ເປັນເວລາ 6 ເດືອນ. ທ່ານນາຍົກລັດຖະມົນຕີປາກີສະຖານ Yousuf Raza Gilani ຈະຮຽກໂຮມຈັດການປະຊຸມນີ້, ປຶກສາຫາລືວິທີການປັບປຸງບັນດາການພົວພັນກັບ ອາເມລິກາ ກ່ອນກອງປະຊຸມສຸດຍອດນາໂຕກ່ຽວກັບ ອາບການີສະຖານ ຢູ່ ຈີກາໂກ ປະເທດ ອາເມລິກາ ໃນວັນທີ 21 ແລະ 22/5.