ອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມກວ່າອີກ
(ເອກອັກຄະລັດຖະທູດ ຟ້າມກວາງວິງ)
(vovworld) – ວັນທີ 05/12, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ໄດ້ຍື່ນສານຕາຕັ້ງທີ່ຄັດຈາກຕົ້ນສະບັບໃຫ້ກະຊວງການຕ່າງປະເທດອາເມລິກາ. ເຂົ້າຮ່ວມພິທີ, ມີທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ Heather Higginbottom, ທ່ານເອກອັກຄະລັດຖະທູດອາເມລິກາຄົນໃໝ່ປະຈຳຫວຽດນາມ Ted Osius. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ໜ້າທີ່ຈຸດສຸມໃນຊຸມປີຕໍ່ໄປແມ່ນ ສືບຕໍ່ຜັນຂະຫຍາຍ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ເຊິ່ງໄດ້ສ້າງຕັ້ງເມື່ອເດືອນ 07/2013 ໃຫ້ເລິກເຊິ່ງຂຶ້ນຕື່ມ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ເນັ້ນໜັກເຖິງຄວາມໝາຍຂອງເລື່ອງ 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2015 ດ້ວຍການເຄື່ອນໄຫວຕ່າງໆຫຼາຍຢ່າງເຊິ່ງໄດ້ຈັດຂຶ້ນຢູ່ທັງ 2 ປະເທດ. ສ່ວນທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ Higginbottom ໄດ້ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ຢືນຢັນວ່າ, ອາເມລິກາ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ກວ່າອີກ, ເຫັນດີເປັນເອກະສັນກັນວ່າ 2 ປະເທດຕ້ອງຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກວ່າອີກ.
ພິທີມອບລາງວັນໃນການອອກແບບ ໂລໂກ
(ພາບ: thanhnien.com.vn)
ແລະກໍ່ໃນວັນດຽວກັນ, ສະຖານທູດອາເມລິກາ ປະຈຳອາຫວຽດນາມ ໄດ້ຈັດພິທີປະກາດ ແລະ ມອບລາງວັນໃຫ້ 3 ຄົນທີ່ຍາດໄດ້ລາງວັນໃນການອອກແບບ ໂລໂກ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ (1995 - 2015). ໃນນັ້ນ, ລາງວັນທີໜຶ່ງໄດ້ມອບໃຫ້ແກ່ ດວານຫາຍຕູ໋, ມາຈາກນະຄອນໂຮ່ຈິມິນ. ໂລໂກ ຍາດໄດ້ລາງວັນທີໜຶ່ງ ມີພາບ ແລະ ທຸງຊາດຫວຽດນາມ - ອາເມລິກາ, ໄດ້ສະແດງໃຫ້ເຫັນການພົວພັນລະຫວ່າງ 2 ປະເທດ ທີ່ພວມມີການຮ່ວມມືຫຼາຍຢ່າງໃນການພັດທະນາ. ໂລໂກ ຈະໄດ້ພິມໃນບັນດາເອກະສານສະເຫຼີມສະຫຼອງຂອງສະຖານທູດອາເມລິກາ ໃນຕະຫຼອດປີ 2015.