(vovworld) - ວັນທີ 2/3, ອຳນາດການປົກຄອງ ຟີລິບປິນ ໄດ້ກ່າວປະນາມ ຈີນ ສົ່ງກຳ່ປັ່ນເຖິງຫາດຫີນປະກາລັງຢູ່ທະເລຕາເວັນອອກ ເພື່ອກີດຂວາງກຳ່ປັ່ນຫາປາຂອງຊາວປະມົງ ຟີລິບປິນ, ກໍ່ຄວາມເຄັ່ງຕຶງຢູ່ເຂດທະເລນີ້. ເຖິງວ່າບັນດາກຳ່ປັ່ນຂອງ ຈີນ ໄດ້ຍ້າຍອອກຈາກເຂດດັ່ງກ່າວແລ້ວກໍ່ຕາມ, ແຕ່ພາຍຫຼັງເຫດການນີ້, ກະຊວງການຕ່າງປະເທດ ຟີລິບປິນ ໄດ້ຮຽກຮ້ອງ ຈີນລະງັບໃຈ, ຫຼີກລ້ຽງບໍ່ໃຫ້ເກີດການກະທຳໃດໆທີ່ພາໃຫ້ສະພາບການສັບສົນຂຶ້ນຕື່ມ, ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງການປະຕິເສດເລື່ອງ ຈີນນຳໃຊ້ກຳລັງທັບເຮືອເພື່ອນາບຂູ່ບັນດາກຳ່ປັ່ນຫາປາຂອງປະເທດຕ່າງໆຢູ່ເຂດຂັດແຍ້ງກັນໃນທະເລຕາເວັນອອກ. ໂຄສົກກະຊວງການຕ່າງປະເທດ ອາເມລິກາ Mark Toner ເນັ້ນໜັກວ່າ: “ວໍຊິງຕັນ ບໍ່ຢາກໃຫ້ປັກກິງນຳໃຊ້ກຳລັງທັບເຮືອເພື່ອນາບຂູ່ບັນດາກຳ່ປັ່ນຫາປາໃນພາກພື້ນ“. ໃນຂະນະນັ້ນ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາເມລິກາ Ashton Carter ກໍ່ກ່າວເຕືອນ ຈີນບໍ່ໄດ້ນຳໃຊ້ກຳລັງທະຫານຢູ່ທະເລຕາເວັນອອກ.