ອາເມລິກາມີຄວາມປະເອີບໃຈກ່ຽວກັບແງ່ຫວັງອິດສະຣາແອນແລະປາແລດສະຕີນບັນລຸຂໍ້ຕົກລົງສັນຕິພາບ
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry
(ພາບ: ສຳນັກຂ່າວສນຊິນຮວາ/TTXVN)
(vovworld) – ວິວັດການເຈລະຈາລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຍັງປະສົມກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຍັງຄົງສືບຕໍ່ດ້ວຍຄວາມຫວັງ 2 ຝ່າຍຈະຮັດແຄບບັນດາຄວາມບໍ່ລົງລອຍກັນມຸ່ງໄປເຖິງການເຊັນຂໍ້ຕົກລົງແມ່ໃຫ້ສັນຍາສັນຕິພາບສຸດທ້າຍລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຢັ້ງຢືນຄືແນວນັ້ນ ໃນການພົບປະກັບວົງການນັກຂ່າວຢູ່ Jerusalem ພາຍຫຼັງການເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu. ເຖິງວ່າ ບໍ່ເປີດເຜິຍລາຍລະອຽດໃນຂໍ້ຕົກລົງແມ່ເຊິ່ງທ່ານໄດ້ນຳສະເໜີກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Netanyahu ແລະ ຂໍ້ຕົກລົງກັບປະທານາທິບໍດີ ປາແລດສະຕີນ Mahmoud Abbas ໃນວັນທີ 3/1 ນີ້ກໍ່ຕາມ, ແຕ່ກ່ອນການຢ້ຽມຢາມນີ້, ຜູ້ຊ່ວຍວຽກໂຄສົກກະຊວງການຕ່າງປະເທດ ອາເມລິກາ , ທ່ານນາງ Marie Harf ໃຫ້ຮູ້ວ່າ: ໃນການພົບປະຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ John Kerry ຈະສະເໜີກັບບັນດາການນຳ ອິດສະຣາແອນ ແລະ ປາແລດສະຕີນ ກ່ຽວກັບຂອບເຂດຮ່າງສັນຍາສັນຕິພາບສຸດທ້າຍລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ. ເນື້ອໃນຂອງຮ່າງສັນຍານີ້ລວມມີທຸກບັນຫາທີ່ພວມກໍ່ຄວາມໂຕ້ຖຽງກັນຄື: ເສັ້ນຊາຍແດນ, ກົດລະບຽບສຳລັບນະຄອນ Jerusalem, ຊາວລີ້ໄຟ ປາແລດສະຕີນ ຢູ່ບັນດາເຂດດິນແດນຖືກ ອິດສະຣາແອນ ພວມຄວບຄຸມ ແລະ ກົນໄກປ້ອງກັນຄວາມສະຫງົບສຳລັບເຂດຕາເວັນຕົກແມ່ນ້ຳຈໍແດນ ພາຍຫຼັງສ້າງຕັ້ງລັດ ປາແລດສະຕີນ ເອກະລາດ.