ອາເມລິກາມີຄວາມປະເອີບໃຈກ່ຽວກັບ ການເຈລະຈາລະຫວ່າງ Iran ແລະ ກຸ່ມ P5+1

ອາເມລິກາມີຄວາມປະເອີບໃຈກ່ຽວກັບ ການເຈລະຈາລະຫວ່າງ Iran ແລະ ກຸ່ມ P5+1 - ảnh 1
( ພາບປະກອບ )

( vovworld ) -   ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບຮອບ​ເຈລະຈາ​ໃໝ່​ລະ​ຫວ່າງ Iran ​ແລະ ກຸ່ມ P5+1 ( ​ເຊິ່ງລວມມີ 5 ປະ​ເທດ​​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ), ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 23/5 ທີ່​ຈະ​ມາ​ເຖິງ ຢູ່​ນະຄອນຫຼວງ ​ແບກ​​ແດດ, ປະ​ເທດອີຣັກ. ບັນດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​​ໃຫ້​ຮູ້​ວ່າ, ທີ່​ຮອງ​ເຈລະຈາ​ທີ່​ຈະ​ມາ​ເຖິງ, 6 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຈະ​ຍົກ​ອອກ​ແຜນການ​ຢ່າງ​ລະອຽດ​ເພື່ອ​ກໍ່​ຄວາມ​ດັນບັງຄັບ​ໃຫ້​ອີຣານ ຢຸດ​ໂຄງການ​ນິ​ວເຄຼຍຂອງ​ເຂົາ​ເຈົ້າ, ​ໃນ​ນັ້ນ​ຈະ​ໂຍະຍານບາງ​ຂໍ້​ຈຳກັດ​ລົງ​ໂທດ​ຕໍ່​ເຕ​ເຣຣານ. ​ແຕ່​ວ່າ, ບັນດາ​ມາດ​ຕະການ​ຂວ້ຳ​ບາດ​ດ້ານ​ພະລັງງານ​ເຊິ່ງສະຫະພາບ​ເອີ​ລົບ​ຈັດ​ວາງ​ຕ້ານ​ອີຣານ ຍັງ​ຄົງຈະ​ສືບ​ຕໍ່​ປະຕິບັດ​ຢູ່. ອາ​ເມ​ລິ​ກາ​​ໄດ້​ຖື​ວ່າ, ນີ້​ແມ່ນໜື່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ນິວ​ເຄຼຍຂອງອີ​ຣານ, ​ໃນຂະນະ​ທີ່ມໍ່​ໆ​ມາ​ນີ້, ລາຄາ​ນ້ຳມັນ​ຂອງ​ໂລກ​ກໍ່​ຫຼຸດ​ລົງ​ກໍ​ແມ່ນ​ປັດ​ໃຈ​ກໍ່ຄວາມດັນ​ຕໍ່​ອີຣານ. ​ເພາະ​ສະ​ນັ້ນ, ​ອີຣານ ອາດຈະ​ຕ້ອງປະ​ນິປະນອມ​ທີ່​ຮອບ​ເຈລະຈາ​ທີ່​ຈະ​ມາ​ເຖິງ.

        ບັນດາ​ນັກ​ໄຈ້​ແຍກ​ໄດ້​ຖື​ວ່າ, ຖ້າ​ຫາກ​ວ່າ ຮອບ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ດຳ​ເນີນ​ໄປ​ຢ່າງ​ສະດວກ​ຈະ​ປະກອບສ່ວນ​ຫຼຸດຜ່ອນ​ກໍລະນີ​ເກີດ​ການປະ​ທະ​ກັນ​ດ້ານ​ການ​ທະຫານ, ​ເຊິງ​ເຮັດ​ໃຫ້​ລາຄາ​ນ້ຳມັນ​ຂອງ​ໂລກ​​ເປັນ​ປົກກະຕິ. ສິ່ງ​ດັ່ງກ່າວ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້​ແກ່​ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃນ​ບັ້ນຫາ​ສຽງ​ເລືອກ​ຕັ້ງ​ຄື​ນ​ໃໝ່ທີ່​ຈະ​ມາ​ເຖິງ, ​ເພາະ​ລາຄາ​ນ້ຳມັນ​ຫຼຸດ​ລົງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ