ອາເມລິກາມີຄວາມວິຕົກກັງວົນຕໍ່ການກະທຳຖົມດິນກໍ່ສ້າງເກາະຂອງຈີນຢູ່ທະເລຕາເວັນອອກ

ອາເມລິກາມີຄວາມວິຕົກກັງວົນຕໍ່ການກະທຳຖົມດິນກໍ່ສ້າງເກາະຂອງຈີນຢູ່ທະເລຕາເວັນອອກ - ảnh 1
ທ່ານ Ashton Carter, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​
ປະ​ເທດ ອາ​ເມ​ລິ​ກາ
ພາບ:dangcongsan

(vovworld)-  ວັນ​ທີ 7/11, ທ່ານ Ashton Carter, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​​ຕໍ່ລະ​ດັບ​ຄວາມ​ໄວ ແລະ ຂອ​ບ​ຂະ​ຫນາດ​ຖົມ​ດິນກໍ່​ສ້າງ​ເກາະ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ສ່ຽງນຳ​ໃຊ້​ການ​ທະ​ຫານ​ຢູ່​ເຂດນີ້ ອາດ​ຈະ​ພາ​ໄປ​ເຖິງ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ປ້ອງ​ກັນ​ຊາດ​ຢູ່ ຫໍ​ສະ​ມຸດ​ປະ​ທາ​ນາ​ທິ​ບ​ໍ​ດີ Ronald Reagan ຢູ່ California, ທ່ານ Carter ຢືນ​ຢັນ ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ເດີນ​ທະ​ເລ​ຢ່າງ​ເສ​ລີ ຢູ່​ເຂດ​ທະ​ເລນີ້. ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຖືກ​ຍົກ​ອອກ​ພາຍ​ຫລັງ ວັນ​ທີ 27/10, ກຳ​ປັ່ນ​ຂັບ​ໄລ່​ຂອງ​ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ເຂົ້​າ​ບັນ​ດາ​ເກາະ​ທຽມ ຊື່ງ​ຈີນກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ກະ​ທຳ​​ທຳ​ອິດ​ໃນ​ແຜນ​ການ​ຂອງ​ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄືື່ອນ​ໄຫວ​ລາດ​ຕະ​ເວັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເປັນ​ປະ​ຈຳ.

 

 

ຂ່າວ/ບົດ​ອື່ນ