ອາເມລິກາມີຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ

ອາເມລິກາມີຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ - ảnh 1
​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ
​​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງອີ້
ພາບ:baodatviet.vn
(vovworld)-​​ ວັນ​ທີ 5/8, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກັບ​ຝ່າຍ​ຈີນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຂອງ ປັກ​ກີງ ຢູ່ ທະ​ເລ​ຕາ​ເວັນ​ອອກ ກໍ​ຄື ບັນ​ດາ​ການ​ກະ​ທຳ​​ດ້ານການ​ທະ​ຫານຢູ່​ເຂດ​ທະ​ເລນີ້. ບັນ​ຫາ​ດັ່ງ​ກ່າວ​ໂດຍ​ແມ່ນ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ຍົກ​ອອກ​ໃນ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງອີ້ ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ  ອ​າ​ຊຽນ ຄັ້ງ​ທີ 48 ພວມ​ດຳ​ເນີນ​ໄປ​ຢູ່ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄດ້​ກ່າວ​ເຕືອນ ຈີນ ແລະ ບັນ​ດາ​ຝ່າຍ​ມີ​ຖະ​ແຫລງ​ອະ​ທິ​ປະ​ໄຕ ຈົ່ງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ອາດ​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ ຫລື ປີນ​ຂັ້ນ​ໄດ. ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ກໍ​ໄດ້​ເລັ່ງ​ລັດ ປັກ​ກີງ ຄວນ​ຢຸດ​ຕິ​ບັນ​ດາ​ການ​ເຄື​່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ​ຄື​ຊອກ​ຫາບ​ັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ການ​ຂັດ​ແຍ້ງ​​ຢູ່​ທະ​ເລ​.
ຂ່າວ/ບົດ​ອື່ນ