ອາເມລິກາຢືນຢັນທັດ ສະນະກ່ຽວກັບ ບັນຫາທະເລຕາເວັນອອກ
(ພາບ: vov.vn)
(vovworld)- ອາເມລິກາ ຄັດຄ້ານທຸກການກະທຳບັງຄັບ, ນາບຂູ່ ຫຼືນຳໃຊ້ກຳລັງອາວຸດເພື່ອປະຕິບັດຖະແຫຼງການອະທິປະໄຕຢູ່ທະເລຕາເວັນອອກ ແລະ ຫວັງວ່າ ວິວັດການເຈລະຈາກ່ຽວກັບ ປະມວນຫຼັກການປະພຶດລະຫວ່າງຈີນ ແລະ ອາຊຽນ ຈະເລີ່ມດຳເນີນໂດຍໄວ. ນີ້ແມ່ນຄຳປະກາດຂອງທ່ານ Joe Yun ຮັກສາການຜູ້ຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດອາເມລິກາ ທີ່ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ທີ່ຫາກໍ່ຈັດຂຶ້ນໃນວັນທີ 6/6 ຢູ່ວໍຊິງຕັນດີຊີ. ທ່ານ Joe Yun ຊີ້ແຈ້ງວ່າ: ອາເມລິກາ ບໍ່ແຊກແຊງເຂົ້າບັນດາຖະແຫຼງການກ່ຽວກັບຜືນແຜ່ນດິນ, ອະທິປະໄຕຢູ່ທະເລຕາເວັນອອກ ແຕ່ມີຄວາມສົນໃຈເຖິງການແກ້ໄຂການພິພາດໃນບັນຫານີ້ ທ່ານເນັ້ນໜັກວ່າ: ບໍ່ວ່າຄຳຖະແຫຼງອະທິປະໄຕໃດໆກໍ່ຕ້ອງອີງຕາມກົດໝາຍສາກົນ. ຕາມຮັກສາການຜູ້ຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດອາເມລິກາແລ້ວ, ຄວາມສົນໃຈອັນດັບໜຶ່ງຂອງວໍຊິງຕັນ ແມ່ນຄວາມເສລີໃນການເດີນທະເລ ແລະ ທີສອງແມ່ນການຮັບປະກັນການເຄື່ອນໄຫວຂູດຄົ້ນບັນດາແຫຼ່ງຊັບພະຍາກອນບົນທະເລຕາເວັນອອກຢ່າງຖືກຕ້ອງຕາມກົດໝາຍຂອງບໍລິສັດຕ່າງໆ ໃນນັ້ນມີບັນດາບໍລິສັດອາເມລິກາ. ອາເມລິກາ ຄັດຄ້ານທຸກການກະທຳແຕ່ຝ່າຍດຽວ ແນໃສ່ປ່ຽນແປງສະພາບການໃນປະຈຸບັນຢູ່ທະເລຕາເວັນອອກ ໃນສະພາບການທີ່ຫຼາຍປະເທດພວມປະກາດອະທິປະໄຕຢູ່ເຂດນີ້:
“ພວກຂ້າພະເຈົ້າຖືວ່າ: ບໍ່ມີປະເທດໃດໄດ້ນຳໃຊ້ບັນດາມາດຕະການບັງຄັບ, ນາບຂູ່, ພິເສດແມ່ນໃຊ້ກຳລັງອາວຸດເພື່ອປະຕິບັດຖະແຫຼງການອະທິປະໄຕ. ແທນໃຫ້ນັ້ນ, ຝ່າຍຕ່າງໆຕ້ອງນຳໃຊ້ບັນດາມາດຕະການສັນຕິພາບຄື: ການເຈລະຈາທາງການທູດ, ຜ່ານປະເທດທີ 3 ຫຼືການຕັດສິນຂອງກຳມະການສາກົນ”.