ອາ​ເມ​ລິ​ກາລົງ​ນາມ​ຂໍ້​ຕົກ​ລົງ​ການ​ຄ້າໄລ​ຍະ 1 ກັບ ສ​ປ. ຈີນ

(VOVWORLD) -ວັນທີ 24 ທັນວາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ທ່ານແລະທ່ານສີຈິ້ນຜິງປະທານປະເທດຈີນຈະລົງນາມຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງສອງປະເທດ.
ອາ​ເມ​ລິ​ກາລົງ​ນາມ​ຂໍ້​ຕົກ​ລົງ​ການ​ຄ້າໄລ​ຍະ 1 ກັບ ສ​ປ. ຈີນ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AP)

         ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trumpໃຫ້ຮູ້ວ່າຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງສອງປະເທດ ໄດ້ສ້າງສຳເລັດໝົດແລ້ວແລະປັດຈຸບັນພວມຢູ່ໃນຂັ້ນຕອນການແປພາສາ.

        ກ່ອນນັ້ນ, ທ່ານ Robert Lighthizerຜູ້ຕາງໜ້າການຄ້າອາເມລິກາໄດ້ແຈ້ງວ່າ: ຜູ້ຕາງໜ້າສອງປະເທດຈະລົງນາມຂໍ້ຕົກລົງດັ່ງກ່າວໃນອາທິດທຳອິດຂອງເດືອນມັງກອນ. ປັດຈຸບັນປັກກິ່ງ,ກໍ່ຍັງບໍ່ໄດ້ຢັ້ງຢືນບັນດາສ່ວນປະກອບຂອງຂໍ້ຕົກລົງທີ່ເຈົ້າໜ້າທີ່ ອາເມລິກາ ແຈ້ງໃຫ້. ໃນອາທິດກ່ອນນີ້, ທ່ານລັດຖະມົນຕີກະຊວງການຄ້າຈີນໃຫ້ຮູ້ວ່າ: ລາຍລະອຽດຂອງຂໍ້ຕົກລົງຈະໄດ້ປະກາດພາຍຫຼັງທີ່ໄດ້ຮັບການລົງນາມຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ