ອາເມລິກາລົບລ້າງພາສີແນໃສ່ອາລູມີນຽມ, ເຫຼັກກ້າຂອງການາດາແລະເມັກຊີໂກ

(VOVWORLD) -ວັນທີ 17 ພຶດສະພາ, ອາເມລິກາ ແລະ ການາດາ ໄດ້ເຫັນດີລົບລ້າງພາສີແນໃສ່ອາລູມີນຽມ, ເຫຼັກກ້າ ຂອງກັນ - ເຊິ່ງແມ່ນນະໂຍບາຍກໍ່ຄວາມບໍ່ລົງລອຍກັນລະຫວ່າງ 2 ປະເທດຄູ່ຮ່ວມມືທີ່ໃກ້ຊິດນີ້ໃນໄລຍະຜ່ານມາ.

ໃນວັນດຽວກັນ, ກະຊວງເສດຖະກິດເມັກຊີໂກ ແຈ້ງໃຫ້ຊາບວ່າ ໄດ້ບັນລຸຂໍ້ຕົກລົງກັບອາເມລິກາ ກ່ຽວກັບການລົບລ້າງພາສີນຳເຂົ້າສຳລັບຜະລິດຕະພັນ ອາລູມີນຽມ, ເຫຼັກກ້າ ເຊິ່ງອາເມລິກາ ໄດ້ນຳໃຊ້ມາແຕ່ວັນທີ 01 ມິຖຸນາ 2018. ກະຊວງເສດຖະກິດເມັກຊີໂກ ໄດ້ຕີລາຄາກ່ຽວກັບຄວາມຈຳເປັນຕ້ອງລົບລ້າງພາສີສຳລັບ ອາລູມີນຽມ, ເຫຼັກກ້າ ວ່າ ຈະເປີດຊ່ອງທາງ ແລະ ສ້າງຄວາມສະດວກໃຫ້ແກ່ການໃຫ້ສັດຕະຍາບັນສັນຍາເມັກຊີໂກ - ອາເມລິກາ - ການາດາ (USMCA), ສະບັບໃໝ່ຂອງສັນຍາການຄ້າເສລີອາເມລິກາເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ