(vovworld) – ວັນທີ 12/10, ກອງທັບອາເມລິກາ ແຈ້ງໃຫ້ຊາບວ່າ ກຳລັງທະຫານປະສົມໂດຍອາເມລິການຳໜ້າ ໄດ້ເລີ່ມປ່ອຍອາວຸດໃຫ້ກຳລັງສະຫະພັນອາຣັບ ຊີຣີ (SAC) ທີ່ພວມຕໍ່ສູ້ຕ້ານກຸ່ມລັດອິດສລາມ IS ອ້າງຊື່ເອງ ຢູ່ທາງພາກເໜືອຊີຣີ. ໂຄສົກທະຫານປະສົມຕ້ານ IS ຢູ່ອີຣັກ ແລະ ຊີຣີ, ພັນເອກກອງທັບອາເມລິກາ Steve Warren, ໃຫ້ຮູ້ວ່າ, SAC ພວມຕໍ່ສູ້ຕ້ານ IS ໃນຫຼາຍເດືອນຜ່ານມາ ຢູ່ Raqqa ແລະ ອາເມລິກາ ພ້ອມກັບທະຫານປະສົມ ອາດຈະດຳເນີນການບຸກໂຈມຕີທາງອາກາດ ແນໃສ່ບັນດາເປົ້າໝາຍຂອງ IS ບົນໜ້າດິນຕາມການຊື້ຕົວຂອງບັນດາມືປືນ SAC. ໂຄສົກທ່ານນີ້ຍັງໃຫ້ຮູ້ວ່າ, SAC ພວມປະເຊີນໜ້າກັບໄພຖືກບຸກໂຈມຕີ ໃນບັນດາການບຸກໂຈມຕີທາງອາກາດຂອງລັດເຊຍ ທີ່ພວມດຳເນີນການຕ້ານ IS ໃນເຂດດິນແດນຊີຣີ.