(vovworld) – ອາເມລິກາ ໄດ້ສະໜອງເງິນ 265 ລ້ານ USD ໃຫ້ປາກິດສຖານ ໃນປີການເງິນປະຈຸບັນ ຕາມໂຄງການໜູນຊ່ວຍດ້ານການທະຫານຂອງຕ່າງປະເທດ ເພື່ອຊ່ວຍໃຫ້ Islamabad ເພີ່ມທະວີຄວາມສາມາດຕ້ານກໍ່ການຮ້າຍ ແລະ ຮັບມືກັບພວກກະບົດ. ວັນທີ 10/10, ສ່ຶມວນຊົນທາງການຂອງປາກິດສຖານ ໄດ້ໃຫ້ຂ່າວວ່າ ຈຳນວນເງິນດັ່ງກ່າວໄດ້ຊ່ວຍໃຫ້ປະເທດນີ້ປົວແປ່ງກຳລັງຄວາມສາມາດດຳເນີນບັນດາບັ້ນຮົບຮັບມືກັບພວກລູກຮື້ຂຶ້ນ, ເພີ່ມທະວີກຳລັງຄວາມສາມາດເຂົ້າຮ່ວມບັນດາບັ້ນເຄື່ອນໄຫວປ້ອງກັນຄວາມສະຫງົບທາງທະເລ ເພື່ອຮັບມືກັບໂຈນສະລັດ. ແຫຼ່ງຂ່າວດັ່ງກ່າວຖືກຍົກອອກມາໃນສະພາບທີ່ທ່ານນາຍົກລັດຖະມົນຕີ ປາກິດສຖານ Nawaz Sharif ພວມກະກຽມໄປຢ້ຽມຢາມອາເມລິກາ ໃນວັນທີ 21/10 ຈະມາເຖິງ.