ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ຄູ່ຕຳແໜ່ງ ອີຣານ Mohamad Javad Zarif
(ພາບ: AFP/TTXVN)
|
(vovworld) – ວັນທີ 4/3, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໃຫ້ຮູ້ວ່າ: ຍັງມີຄວາມແຕກຕ່າງກັນພໍສົມຄວນ ແລະ ບັນດາການເລືອກເຟັ້ນສຳຄັນໃນບັນດາການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງ ອີຣານ. ທ່ານ Kerry ໄດ້ຍົກອອກຖະແຫຼງການດັ່ງກ່າວອອກມາພາຍຫຼັງປະຕິບັດສຳເລັດການເຈລະຈາເປັນເວລາ 3 ວັນກັບຄູ່ຕຳແໜ່ງ ອີຣານ Mohamad Javad Zarif. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ປະເທດສະວິດ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ໃຫ້ຮູ້ວ່າ: ທ່ານຈະບໍ່ລັ່ງໃຈຍ້ອນບັນດາປັດໄຈພາຍນອກ ຫຼື ການເມືອງເມື່ອເຈລະຈາ (ກັບ ອີຣານ) ແລະ ບໍ່ວ່າຂໍ້ຕົກລົງໃດໆ ເຊິ່ງລວມມີບັນດາມາດຕະການກວດກາ ແລະ ແຊກຊຶມຕົວຈິງເພື່ອຮັບຂໍ້ມູນຂ່າວ. ທ່ານ John Kerry ເນັ້ນໜັກວ່າ: ບໍ່ວ່າຂໍ້ຕົກລົງສຸດທ້າຍໃດເພື່ອແນໃສ່ສະກັດກັ້ນໂຄງການ ນິວເຄຼຍຂອງ ເຕເຮຣານ ລ້ວນແຕ່ຕ້ອງຮັບປະກັນຄວາມດຸ່ນດຽງຢ່າງລະອຽດຢູ່ຂອບຂະໜາດທົ່ວໂລກ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ຄວາມແຕກຕ່າງກັນໃຫຍ່ຫຼວງທີ່ສຸດ ແມ່ນກ່ຽວຂ້ອງເຖິງການຍົກເລີກບັນດາການລົງໂທດດ້ານເສດຖະກິດ ກໍ່ຄືການເສີມທາດ Urani ຢູ່ເຕົ່ານິວເຄຼຍ Arak ພວມໄດ້ຮັບການກໍ່ສ້າງຢູ່ ອີຣານ.