ອາເມລິກາເພີ່ມເຕີມຈຳນວນທະຫານຕື່ມອີກ 1500 ຄົນເຖິງອີຣັກ

ອາເມລິກາເພີ່ມເຕີມຈຳນວນທະຫານຕື່ມອີກ 1500 ຄົນເຖິງອີຣັກ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບ: tinmoi.vn)

(vovworld) - ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຫາ​ກໍ່​ຕົກລົງ​ແຜນການ ເພີ່ມຈຳນວນພົນ​ທະຫານຕື່ມ​ອີກ 1500 ຄົນ​ເຖິງ​ອີ​ຣັກ, ​ເພື່ອ​ໜູນ​ຊ່ວຍ​ໃຫ້​ອຳນາດ​ການ​ປົກຄອງ​ແບກ​ແດດ ​ແລະ ກຳລັງ​ຊາວ​ເກີດ ທີ່​ພວມ​ສູ້​ຮົບ​ກັບ​ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຕົວ​ເອງ, ​ເພີ່ມ​ຈຳນວນ​ພົນທະຫານ​ອາ​ເມ​ລິ​ກາ​ຢູ່​ປະ​ເທດ​ນີ້​ຂຶ້ນ​ທົບ 2 ​ເທົ່າ. ​ແຈ້ງ​ຂ່າວ​ຂອງ​ທຳນຽບຂາວ​ຊີ້​ແຈ້ງວ່າ, ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ຄູ່​ຮ່ວມ​ມື​ໃນ​ພູມີ​ປະ​ເທດ​ຕົວ​ຈິງ, ພົນທະຫານ​ອາ​ເມ​ລິ​ກາ​ທີ່​ໄດ້​ຮັບ​ການ​ເພີ່ມ​ເຕີມ​ນັ້ນ​ຈະ​ບໍ່​ປະຕິບັດ​ບົດບາດ​ສູ້​ຮົບ, ຫາກ​ປະຕິບັດ​ໜ້າ​ທີ່​​ຝຶກອົບຮົມ, ​ໃຫ້​ຄຳ​ປຶກສາ ​ແລະ ໜູນ​ຊ່ວຍ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຣັກ. ພ້ອມ​ກັບ​ແຜນການ​ເພີ່ມ​ຈຳນວນ​ພົນທະຫານ​ຢູ່​ອີຣັກ, ອຳນາດ​ການ​ປົກ​ຄົງ​ຂອງ ປະທານາທິບໍດີ​ Barack Obama ກໍ່​ຈະ​ຮຽກຮ້ອງ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ເພີ່ມ​ຈຳນວນ​ເງິນ 5,6 ຕື້USD ​ໃຫ້​​ແກ່​ກອງ​ທຶນ​ຝຶກອົບຮົມ ​ແລະ ອາວຸດ​ໃຫ້​ແກ່​ອີຣັກ, ​ໃນ​ນັ້ນ​ມີ 1,6 ຕື້ USD ​ແມ່ນ​ສະຫງວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະກອບ​ອາວຸດ​ແກ່​ກອງທັບ​ລັກ​ຖະບານ​ອີຣັກ.

ຂ່າວ/ບົດ​ອື່ນ