ທ່ານ Ashton Carter ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ
(ພາບ: AFP/TTXVN)
(vovworld) - ລະບົບປ້ອງກັນລູກສອນໄຟ ຂອງ ອາເມລິກາຢູ່ ເອີລົບ ເລີ່ມນຳເຂົ້າການເຄື່ອນໄຫວຢ່າງເປັນທາງການໃນວັນທີ 12/05, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນຈາກ ລັດເຊຍ ທີ່ຖືວ່າ: ການກະທຳນີ້ ໄດ້ນາບຂູ່ເຖິງພື້ນຖານສັນຕິພາບຢູ່ພາກພື້ນ ເອີລົບກາງ. ທ່ານ Ashton Carter ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືວ່າ: ເລື່ອງນຳລະບົບປ້ອງກັນລູກສອນໄຟດັ່ງກ່າວເຂົ້າເຄື່ອນໄຫວຢູ່ Romania ເຊິ່ງແມ່ນສ່ວນໜຶ່ງທີ່ສຳຄັນໃນລະບົບປ້ອງກັນລູກສອນໄຟຢູ່ພາກພື້ນ ເອີລົບ ຊີ້ໃຫ້ເຫັນວ່າ: ອາເມລິກາ ມີຄວາມສາມາດຢ່າງພຽງພໍ ເພື່ອປົກປ້ອງບັນດາພັນທະມິດ NATO ຢູ່ ເອີລົບ . ທ່ານ Carter ອະພິປາຍວ່າ ອີຣານ ພວມເພີ່ມທະວີຄວາມສາມາດດ້ານລູກສອນໄຟນຳວິຖີ, ດ້ວຍເຫດນັ້ນ ອາເມລິກາ ຈຶ່ງຕ້ອງມີບາດກ້າວເພື່ອສະກັດກັ້ນໄພນາບຂູ່ນີ້. ທ່ານກໍ່ຖະແຫຼງວ່າ ລະບົບປ້ອງກັນລູກສອນໄຟ ແມ່ນບໍ່ແນໃສ່ເຂົ້າ ລັດເຊຍ ແລະ ຈະໄດ້ມອບສົ່ງໃຫ້ກອງບັນຊາການ NATO ໂດຍໄວ.