ອາເມລິກາແລະລັດເຊຍປຶກສາຫາລືກ່ຽວກັບສະພາບການຢູ່NagornyKarabakh

ອາເມລິກາແລະລັດເຊຍປຶກສາຫາລືກ່ຽວກັບສະພາບການຢູ່NagornyKarabakh - ảnh 1
ນະ​ຄອນ Stepanakert ເມືອງ​ເອກ Nagorny Karabakh
AFP/TTXVN

(vovworld)- ​ວັນ​ທີ 4/4, ທ່ານ John Kerry ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ​ຄູ່​ຕຳ​ແຫນ່ງ ລັດ​ເຊຍ Sergei Lavrov ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ ເພື່ອ​ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ​່​ເກີດ​ຂຶ້ນ​ຢູ່​ເຂດ Nagorny Karabakh ແລະ ວິ​ທີ​ການ​ຊຸກ​ຍູ້ ອາກ​ເມ​ນີ(Armenia) ແລະ ອ​າ​ແຊກ​ໄບ​ຢານ(Azerbaijan) ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ. ທ່ານ Mark Toner, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຢຸດ​ຕິການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ໃນ​ເຂດ Nagorny Karabakh ຢ່າງ​ທັນ​ທີ ພ້ອມ​ທັງ​ສົ່​ງ​ເສີມ​ທັງ ອາກ​ເມ​ນີ ແລະ ອ​າ​ແຊກ​ໄບ​ຢານ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ພາຍ​ໃຕ້​ການ​ອຸ​ປະ​ກະ​ລະ​ຂອງ​ອົງ​ການ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ ແລະ ການ​ຮ່ວມ​ມື​ເອີ​ລົບ (OSCE). ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ໄດ້​ສະ​ແດງ​ຄວາມ​ວິ​ຕິ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ຫນ້າ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່ ເຂດ Nagorny Karabakh ພ້ອມ​ທັງ​ຮຽກ​ຮ້ອງ ອາກ​ເມ​ນີ ແລະ ອ​າ​ແຊກ​ໄບ​ຢານ ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ຢ່າງ​ທັນ​ທີ.

ໃນ​ຂະ​ນະ​ນັ້ນ ຄ່ຳ​ຄືນ​ວັນ​ທີ 4/4, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາກ​ເມ​ນີ ໄດ້​ປະ​ກາດ​ວ່າ  ສະ​ພາ​ວະ​ການ​ຮົບ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ເສັ້ນ​ຊາຍ​ແດນ Nagorny Karabakh.

ຕອບກັບ

ຂ່າວ/ບົດ​ອື່ນ