ອາເມລິກາແລະອົດສຕາລີ ຄັດຄ້ານການກະທຳເຮັດໃຫ້ສະພາບຕົວຈິງຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງປ່ຽນແປງ

ອາເມລິກາແລະອົດສຕາລີ ຄັດຄ້ານການກະທຳເຮັດໃຫ້ສະພາບຕົວຈິງຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງປ່ຽນແປງ - ảnh 1
ອາ​ເມ​ລິ​ກາ ​ແລະ ອົດສຕາ​ລີ ຄັດຄ້ານ​ການກະທຳ​ເຮັດ​ໃຫ້
​ສະພາບ​​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ​ແລະ ທະ​ເລ​ຮວາ​ຕູ​ງປ່ຽນ​ແປງ​
(ພາບ: vietnamplus.vn)

(vovworld) –  ທີ່​ກອງປະຊຸມ​ທາ​ບທາມ​ຄວາມ​ເຫັນ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຊາດ ອາ​ເມ​ລິ​ກາ -ອົດສຕາ​ລີ (AUSMIN 2014) ດຳ​ເນີນ​​ໄປ​ໃນ​ວັນ​ທີ 12/08, ຢູ່ Sydney, 2 ປະ​ເທດໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ຊີ້​ແຈ້ງວ່າ ອົດສຕາ​ລີ ຄັດຄ້ານບັນດາ​ການ​ກະທຳພຽງ​ລຳພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ຕົວ​ຈິງ​ເຂດ​ນ້ຳ​ແດນດິນ​​​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາ​ຕູງ ດ້ວຍ​ກາ​ນນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ບີບບັງ​ຄັບ… ຖະ​ແຫຼງການ​ຮ່ວມ​ຂອງ AUSMIN 2014 ຢືນຢັນ​ວ່າ 2 ​ຝ່າຍ​ຕ່າງກໍ່​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ມີສະຖຽນ​ລະ​ພາບ, ​ເຄົາລົບ​ກົດໝາຍ​ສາກົນ, ການ​ຄ້າ​ຖືກ​ຕາມ​ກົດໝາຍ ບໍ່​ຖືກ​ກີດຂວາງ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາ​ຕູງ. ຖະ​ແຫຼ​ງການຮ່ວມ​ກໍ່​ຮຽກຮ້ອງ​ໃຫ້ບັນດາ​ຝ່າຍ​ທີ່​ມີ​ການຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາ​ຕູງ  ຈົ່ງ​ລະງັບ​ໃຈ​ບໍ່​ດຳ​ເນີນ​ການ​ກະທຳ​​ໃດທີ່ອາດ​ຈະ​ເຮັດ​ໃຫ້​ຄວາມ​ຄັ່ງ​ຕຶງ​ເພີ່ມ​ຂຶ້ນ, ພ້ອມ​ທັງ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ​ເດີນ​ຕາມ​ບັນດາ​ຄຳຖະ​ແຫຼ​ງປະກາດອະທິປະ​ໄຕ​​ເຂດ​ນ່ານທະ​ເລ​ຂອງ​ຕົນ​ຕາມ​ກົດໝາຍ​ສາກົນ, ລວມທັງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982. ຖະ​ແຫຼ​ງການ​ຮ່ວມ​ ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນສຳລັບ​ບັນດາ​ຝ່າຍ​ທີ່​ມີ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ການ​ສ້າງ​ຂອບ​ເຂດ​ຄຸ້ມ​ຄອງ, ຄວບ​ຄຸມ​ການ​ຂັດ​ແຍ້​ງ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ໃນ​ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຈີນ “ບໍ່​ຄວນ​ມີບັນດາ​ການ​ກະທຳ​ອາດຈະ​ເຮັດ​​ໃຫ້ສະພາບຄວາມຂັດ​ແຍ້​ງ​ສັບສົນຂຶ້ນ​ຕີື່ມ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ”. ອາ​ເມ​ລິ​ກາ ​ແລະ ອົດສຕາ​ລີ ກໍ່​ສົ່ງ​ເສີມ​ບັນດາ​ປະ​ເທດ​ທີ່ມີ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາ​ຕູງ  ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ອາດ​ຈະ​ຮັບ​ຮູ້​ໄດ້ ​ແລະ ບັນດາ​ຮູບ​ການ​ເຄື່ອນ​ໄຫວ​ໃດ​ທີ່​ຕ້ອງຫຼີກ​ລ້ຽງ​ໃນ​ບັນດາບໍລິ​ເວນ​ພວມ​ຂັດ​ແຍ້​ງກັນ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ