ອາເມລິກາ: ການຍິງປືນໄດ້ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ວໍຊີງຕັນ

(VOVWORLD) -ໃນວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ປະຊາຊົນນະຄອນຫຼວງ ວໍຊີງຕັນ, ອາເມລິກາ ໄດ້ເຫັນປະຈັກຕາສອງເຫດວາງລະເບີດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ສາມັນຊົນ 02 ຄົນເສຍຊີວິດ ແລະ 7 ຄົນຮັບບາດເຈັບ. 
ອາເມລິກາ: ການຍິງປືນໄດ້ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ວໍຊີງຕັນ - ảnh 1ອົງການທີ່ມີໜ້າທີ່ຮັບຜິດຊອບພວມສືບສວນຕາມລ່າຕົວການ (ພາບ: TTXVN)

ວົງການເຈົ້າໜ້າທີ່ ອາເມລິກາ ຖືວ່າ ນີ້ແມ່ນເຫດໃຊ້ຄວາມຮຸນແຮງ 2 ຄັ້ງທີ່ແຕກຕ່າງກັນ.

        ຕາມຕໍາຫຼວດ ແລະ ສື່ມວນຊົນ ອາເມລິກາ ແລ້ວ, ໃນເຫດບຸກໂຈມຕີຄັ້ງທີໜຶ່ງ ມີສາມັນຊົນ 01 ຄົນ ເສຍຊີວິດ ແລະ 5 ຄົນຮັບບາດເຈັບ. ຄາດຕະກອນໄດ້ນັ່ງຢູ່ໃນລົດໂອໂຕ ແລະ ຍິງປືນໃສ່ບັນດາຜູ້ຄົນ ຢູ່ເຂດ Columbia Heights ເຊິ່ງຫ່າງຈາກ ທໍານຽບຂາວປະມານ 3 ກິໂລແມັດ. ປັດຈຸບັນ, ອົງການທີ່ມີໜ້າທີ່ຮັບຜິດຊອບພວມສືບສວນຕາມລ່າຕົວການ 02 ຄົນໃນເຫດບຸກໂຈມຕີດັ່ງກ່າວ. ສ່ວນເຫດຍິງປືນຄັ້ງທີ 2  ແມ່ນເກີດຂຶ້ນພາຍຫຼັງເຫດຍິງປືນຄັ້ງທໍາອິດປະມານ ຊົ່ວໂມງເຄິ່ງ, ເຊິ່ງໄດ້ຍິ່ງໃສ່ 3 ຄົນ ແລະ ເຮັດໃຫ້ 01 ຄົນເສຍຊີວິດ. ຕໍາຫຼວດໄດ້ຢັ້ງຢືນວ່າ ເຫດຍິງປືນທີ 2 ນີີ້ ເກີດຂຶ້ນຢູ່ຕຶກ 1400 ບົນເສັ້ນທາງຫຼວງ Rhode Island, ຢູ່ທາງທິດໃຕ້ Brookland.


ຕອບກັບ

ຂ່າວ/ບົດ​ອື່ນ