(VOVWORLD) - ທ່ານປະທານາທິບໍດີ Biden ກໍ່ຖືວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ຕ້ອງປ່ຽນແປງລັດຖະບານຕາມທິດແຂງກະດ້າງໃນປະຈຸບັນຂອງ ອິດສະຣາແອັນ.
ເຂດໜຶ່ງຢູ່ ກາຊາ ຖືກອິດສະຣາແອັນ ຖີ້ມລະເບີດ
(ພາບ: THX/TTXVN)
|
ວັນທີ 12 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຂໍ້ສັງເກດວ່າ, ອິດສະຣາແອັນ ໄດ້ເລີ່ມເຮັດໃຫ້ການສະໜັບສະໜູນຂອງປະຊາຄົມສາກົນສູນເສຍໄປ, ພາຍຫຼັງທີ່ປະເທດນີ້ຖີ້ມລະເບີດໃສ່ເຂດ ກາຊາ, ເຮັດໃຫ້ສາມັນຊົນ ປາແລັດສະຕິນ ນັບພັນຄົນເສຍຊີວິດ.
ທ່ານປະທານາທິບໍດີ Biden ກໍ່ຖືວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ຕ້ອງປ່ຽນແປງລັດຖະບານຕາມທິດແຂງກະດ້າງໃນປະຈຸບັນຂອງ ອິດສະຣາແອັນ. ຕາມທ່ານແລ້ວ, ລັດຖະບານ ອິດສະຣາແອັນ “ບໍ່ຢາກມີມາດຕະການ 2 ລັດ”, ທິດທາງເຊິ່ງ ວໍຊິງເຕັນ ໄດ້ຮຽກຮ້ອງຊຸກຍູ້ພາຍຫຼັງເກີດການປະທະກັນ ຮາມາດ - ອິດສະຣາແອັນ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ໄດ້ຍອມຮັບວ່າ ເຖິງວ່າ ອາເມລິກາ ສະໜັບສະໜູນເປົ້າໝາຍຂອງ ອິດສະຣາແອັນ ດັບສູນ ຮາມາດ ແລະ ກູ້ເອົາຊີວິດຕົວປະກັນ, ແຕ່ລະຫວ່າງ 2 ຝ່າຍຍັງຄົງບໍ່ລົງລອຍທາງດ້ານທັດສະນະກ່ຽວກັບການຄຸມຄອງເຂດ ກາຊາ ພາຍຫຼັງສິ້ນສຸດການປະທະກັນ.