ອາເມລິກາ ຈະບັງຄັບພວກເຂັ່ນຂ້ານັກຂ່າວ Jamal Khashoggi ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ
(VOVWORLD) - “ອາເມລິກາ ຈະບັງຄັບພວກເຂັ່ນຂ້ານັກຂ່າວ Jamal Khashoggi ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ” ນັ້ນແມ່ນຄຳຖະແຫຼງຂອງທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ໄດ້ຍົກອອກມາໃນວັນທີ 17 ພະຈິກ ໃນສະພາບທີ່ການເສຍຊີວິດຂອງນັກຂ່າວດັ່ງກ່າວ ຍັງບໍ່ທັນໄດ້ເຮັດແຈ້ງ.
ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence (ພາບ: Times of Israel) |
ກ່າວຄຳເຫັນຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ພວມດຳເນີນຢູ່ປະເທດ ປາປົວນິວກີເນ, ທ່ານຮອງປະທານາທິບໍດີ Mike Pence ເນັ້ນໜັກວ່າ ອາເມລິກາ ຕັດສິນໃຈບັງຄັບພວກທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Jamal Khashoggi ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ. ທ່ານຮອງປະທານາທິບໍດີ Mike Pence ໄດ້ພັນລະນາເຫດເຂັ່ນຂ້ານັກຂ່າວ Jamal Khashoggi ວ່າ ແມ່ນການກະທຳທີ່ໂຫດຫ້ຽມ ແລະ ແມ່ນການແຕະຕ້ອງຕໍ່ຜູ້ເຮັດວຽກງານການຂ່າວ.