ອາເມລິກາ ຍັງຄົງເຊື່ອໝັ້ນຕໍ່ຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍກັບ ອີຣານ
(VOVWORLD) -ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມໃນປີ 2015 ກັບ ອີຣານ ຈະໄດ້ເຊື່ອມຕໍ່ໃນຊຸມມື້ຈະມາເຖິງ.
ທ່ານ John Kirby, ຜູ້ປະສານງານຕິດຕໍ່ພົວພັນຍຸດທະສາດ ກ່າວຄຳເຫັນທີ່ການຖະແຫລງຂ່າວ ຢູ່ ວໍຊິງຕັນ. ພາບ: AFP/TTXVN |
ວັນທີ 25 ມິຖຸນາ, ທ່ານ John Kirby, ຜູ້ປະສານງານຕິດຕໍ່ພົວພັນຍຸດທະສາດ ຂຶ້ນກັບ ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໄດ້ເນັ້ນຫນັກວ່າ ວໍຊິງຕັນ ຍັງຄົງເຊື່ອໝັ້ນກ່ຽວກັບຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍ ກັບອີຣານ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Kirby ຊີ້ແຈ້ງວ່າ ອາເມລິກາ ເຊື່ອໝັ້ນຕໍ່ເລື່ອງຟື້ນຟູແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA)", ພ້ອມທັງຢັ້ງຢືນ ວໍຊິງຕັນ ຍາມໃດກໍ່ເຊີດຊູຄວາມສຳຄັນຂອງຂໍ້ຕົກລົງນິວເຄຼຍ ປະຫວັດສາດນີ້.
ຄຳຖະແຫລງດັ່ງກ່າວໄດ້ຍົກອອກມາ ໃນສະພາບທີ່ທ່ານ Josep Borrell ຜູ້ຕາງຫນ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ ອີຢູ ໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມໃນປີ 2015 ກັບ ອີຣານ ຈະໄດ້ເຊື່ອມຕໍ່ໃນຊຸມມື້ຈະມາເຖິງ.