(ພາບປະກອບ)
(vovworld) - ວັນທີ 31/01, ທີ່ກອງປະຊຸມລະຫວ່າງເຈົ້າໜ້າທີ່ການທູດ ແລະ ປ້ອງກັນຊາດຂອງຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ, ບັນດາຝ່າຍໄດ້ຍົກອອກຖະແຫຼງການຮ່ວມເພື່ອແນໃສ່ກ່າວປະນາມເລື່ອງ ສປປ.ເກົາຫຼີ ດຳເນີນການທົດລອງນິວເຄຼຍ. ຖະແຫຼງການຮ່ວມຢືນຢັນວ່າ ການທົດລອງນິວເຄຼຍທີ່ຊ້ອນແຟງຄວາມເປັນອັນຕະລາຍຂອງ ສປປ.ເກົາຫຼີ ຈະນາບຂູ່ສັນຕິພາບ, ຄວາມສະຫງົບອດໄພໃນໂລກ ແລະ ພາກພື້ນ. ແຜນການທົດລອງນິວເຄຼຍ, ພ້ອມກັບການຍິງລູກສອນໄຟຂອງປະເທດນີເມື່ອເດືອນ 12/2012 ແມ່ນການກະທຳທີ່ນາບຂູ່ສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ກໍຄືພາກພື້ນອາຊີຕາເວັນອອກສ່ຽງເໜືອ. ຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຢຸດຕິການດຳເນີນການທົດລອງນິວເຄຼຍ. ຖະແຫຼງການໃຫ້ຮູ້ວ່າ 3 ປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ມີແຜນການຮ່ວມມືກັບຈີນ ແລະ ລັດເຊຍ ເພື່ອກີດຂວາງ ສປປ.ເກົາຫຼີ ດຳເນີນການທົດລອງນິວເຄຼຍ ຄັ້ງທີ 3.
ບັນດາເຈົ້າໜ້າທີ່ການທູດ ແລະ ປ້ອງກັນຊາດຂອງຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ກໍຢືນຢັນຫຼັກໝັ້ນຮ່ວມມືໃນກໍລະນີທີ່ອຳນາດການປົກຄອງສປປ.ເກົາຫຼີ ດຳເນີນການທົດລອງນິວເຄຼຍ ຄັ້ງທີ 3.