ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ຊຸກຍູ້ຄວາມໝັ້ນຄົງຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) -ວັນທີ 15 ພະຈິກ, ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ໄດ້ເຫັນດີເປັນເອກະພາບຕໍ່ການຊຸກຍູ້ ເສລີພາບ, ການເປີດກວ້າງຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ໂດຍອີງໃສ່ກົດໝາຍ ແລະ ກວມລວມເພື່ອແນໃສຊຸກຍູ້ຄວາມໝັ້ນໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. 

ອິນເດຍ ພ້ອມກັບ 3 ປະເທດຄູ່ຮ່ວມມືໄດ້ເຫັນດີເປັນເອກະພາບຕໍ່ເລື່ອງດັ່ງກ່າວ ທີ່ການເຈລະຈາດ້ານຄວາມໝັ້ນຄົງຄັ້ງທີ 3 ໃນຂອບເຂດພັນທະມິດສີ່ປະເທດ ຢູ່ນອກກອງປະຊຸມສຸດຍອດ ອາຊີຕາເວັນອອກ ທີ່ດໍາເນີນຢູ່ສິງກະໂປ, ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ການທູດຂັ້ນສູງ ຂອງສີ່ປະເທດ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຖະແຫຼງການຂອງລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ ການປຶກສາຫາລືໄດ້ສຸມໃສ່ການຮ່ວມມືໃນບັນດາຂົງເຂດຄື ການເຊື່ອມຕໍ່, ການພັດທະນາແບບຍືນຍົງ, ຕ້ານການກໍ່ການຮ້າຍ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ຄວາມໝັ້ນຄົງທາງທະເລ ແລະ ຄວາມໝັ້ນຄົງທາງອິນເຕີເນັດ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສວມບົດບາດໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ