ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກະກຽມຈັດກອງປະຊຸມກ່ຽວກັບບັນຫາບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ

(VOVWORLD) - ທີ່ກອງປະຊຸມເຊິ່ງຈັດຂຶ້ນຢູ່ແຂວງ Nagano, ຍີ່ປຸ່ນ, ຜູ້ຕາງໜ້າ 3 ປະເທດຈະປຶກສາຫາລືບັນດາມາດຕະການຮັກສາການຮ່ວມມື 3 ຝ່າຍ ພາຍຫຼັງບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ
ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກະກຽມຈັດກອງປະຊຸມກ່ຽວກັບບັນຫາບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ - ảnh 1(ພາບປະກອບ: SCMP)

        ວັນທີ 20 ກໍລະກົດ, ທ່ານເອກອັກຄະລັດຖະທູດ Sung Kim, ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ, ຈະໂຮມກອງປະຊຸມກັບຄູ່ຕຳແໜ່ງ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ. ທີ່ກອງປະຊຸມເຊິ່ງຈັດຂຶ້ນຢູ່ແຂວງ Nagano, ຍີ່ປຸ່ນ, ຜູ້ຕາງໜ້າ 3 ປະເທດຈະປຶກສາຫາລືບັນດາມາດຕະການຮັກສາການຮ່ວມມື 3 ຝ່າຍ ພາຍຫຼັງບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ, ພິເສດແມ່ນເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບໃນວັນທີ 12 ກໍລະກົດ ຜ່ານມາ, ເຊິ່ງແມ່ນເຫດຍິງທົດລອງຄັ້ງທີ 12 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີ 2022. ເນື້ອໃນຂອງການປຶກສາຫາລື ຄາດວ່າກໍ່ຈະລວມທັງເລື່ອງຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສົ່ງເສີມ ສປປ.ເກົາຫຼີ ກັບຄືນສູ່ບັນດາການເຈລະຈາຢ່າງແທດຈິງ.

        ໃນຂະນະນັ້ນ, ວັນທີ 17 ກໍລະກົດ, ສຳນັກຂ່າວສານແຫ່ງລັດ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານນາງ Kim Yo Jong, ສະມາຊິກຄະນະກຳມະການສະພາປະຊາຊົນສູງສຸດ ສປປ.ເກົາຫຼີ (ສະພາແຫ່ງຊາດ), ໄດ້ກ່າວເຕືອນວ່າ ອາເມລິກາ ຄວນຫຼີກລ້ຽງບໍ່ວ່າ “ການກະທຳເກາະຜິດໃດໆ” ທີ່ອາດຈະກໍ່ຄວາມອັນຕະລາຍໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ທ່ານນາງ ກໍ່ປະຕິເສດຄຳຮຽກຮ້ອງເຈລະຈາໂດຍບໍ່ມີເງື່ອນໄຂຂອງ ອາເມລິກາ ແລະ ຢືນຢັນວ່າ ເລື່ອງລົງລ້າງນິວເຄຼຍຂອງ ສປປ.ເກົາຫຼີ ຈະ “ບໍ່ແມ່ນເລື່ອງງ່າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ