ອາ​ເມ​ລິ​ກາ ຖອນ​ຂໍ້​ສະ​ເໜີ​ເຊື້ອ​ເຊີນ ຈີນ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ຄວບ​ຄຸມ ອາ​ວຸດ

(VOVWORLD) -ອາເມລິກາ ໄດ້ຖອນຂໍ້ສະເໜີເຊື້ອເຊີນ ຈີນ ເຂົ້າຮ່ວມບັນດາການເຈລະຈາກ່ຽວກັບການຫຼຸດຜ່ອນອາວຸດ, ແຕ່ພັດໄດ້ວາງອອກບັນດາເງື່ອນໄຂອື່ນ ທີ່ພາໃຫ້ການເຈລະຈາ ກ່ຽວກັບສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ສືບຕໍ່ຕົກເຂົ້າສູ່ສະພາບຈົນຕາແຈ. 

        ວັນທີ 22 ສິງຫາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Ryabkov ໃຫ້ຮູ້ວ່າ, ອາເມລິກາ ໄດ້ຖອນຂໍ້ສະເໜີເຊື້ອເຊີນ ຈີນ ເຂົ້າຮ່ວມບັນດາການເຈລະຈາກ່ຽວກັບການຫຼຸດຜ່ອນອາວຸດ, ແຕ່ພັດໄດ້ວາງອອກບັນດາເງື່ອນໄຂອື່ນ ທີ່ພາໃຫ້ການເຈລະຈາ ກ່ຽວກັບສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ສືບຕໍ່ຕົກເຂົ້າສູ່ສະພາບຈົນຕາແຈ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ຊີ້ແຈ້ງວ່າ ລັດເຊຍ ບໍ່ປ່ຽນແປງທັດສະນະກ່ຽວກັບການເຊື້ອເຊີນ ຈີນ ເຂົ້າຮ່ວມບັນດາການເຈລະຈາກ່ຽວກັບການຫຼຸດຜ່ອນ ອາວຸດຍຸດທະສາດ, ພ້ອມທັງເນັ້ນໜັກວ່າ ຄວນມີການເຂົ້າຮ່ວມແບບບັງຄັບຂອງ ອັງກິດ ແລະ ຝລັ່ງ ໃນກໍລະນີເປີດກວ້າງບັນຊີລາຍຊື່ບັນດາປະເທດທີ່ກ່ຽວຂ້ອງເຂົ້າຮ່ວມການເຈລະຈາ.

ກ່ອນໜ້ານັ້ນ, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບບັນຫາຄວບຄຸມ ອາວຸດ ທ່ານ Marshall Billingslea ກໍໄດ້ແຈ້ງໃຫ້ຊາບວ່າ ອາເມລິກາ ໄດ້ປະລະຂໍ້ສະເໜີເຊື້ອເຊີນຈີນ ເຂົ້າຮ່ວມການເຈລະຈາ. ເປົ້າໝາຍບຸລິມະສິດຂອງ ວໍຊີງຕັນ ໃນປັດຈຸບັນ ແມ່ນ ຮັບປະກັນຂໍ້ຕົກລົງການເມືອງສະບັບໜຶ່ງກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ