ອາ​ເມ​ລິ​ກາ ປະ​ກາດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ໃໝ່

(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວ ປະກາດຍຸດທະສາດປ້ອງກັນຊາດ 2022 ຢູ່ທຳນຽບ 5 ແຈໃນວັນທີ 27 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ, ໃນຍຸດທະສາດໃໝ່, ກອງທັບອາເມລິກາ ໄດ້ຍົກອອກ 4 ບຸລິມະສິດແຖວໜ້າ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນຄວາມສ່ຽງນາບຂູ່ທີ່ມີ່ວ່າປະເທດຈີນ.
ອາ​ເມ​ລິ​ກາ ປະ​ກາດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ໃໝ່ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ (ພາບ: ກະຊວງປ້ອງກັນປະເທດ ອາເມລິກາ)

ວັນທີ 27 ຕຸລາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຍຸດທະສາດປ້ອງກັນຊາດສະບັບໃໝ່ປີ 2022 ຢ່າງເປັນທາງການ ດ້ວຍຈຸດໃໝ່ຫຼາຍຢ່າງ, ໃນນັ້ນຖື ຈີນ ແມ່ນສິ່ງທ້າທາຍຍຸດທະສາດຍາວນານ, ສ່ວນ ລັດເຊຍ ແມ່ນສິ່ງທ້າທາຍຮີບດ່ວນໃນບັນດາສິ່ງທ້າທາຍຄວາມໝັ້ນຄົງແຫ່ງຊາດ ຂອງ ອາເມລິກາໃນປັດຈຸບັນ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ປະກາດຍຸດທະສາດປ້ອງກັນຊາດ 2022 ຢູ່ທຳນຽບ 5 ແຈໃນວັນທີ 27 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ, ໃນຍຸດທະສາດໃໝ່, ກອງທັບອາເມລິກາ ໄດ້ຍົກອອກ 4 ບຸລິມະສິດແຖວໜ້າ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນຄວາມສ່ຽງນາບຂູ່ທີ່ມີ່ວ່າປະເທດຈີນ. ບັນດາບຸລິມະສິດຍັງເຫຼືອແມ່ນນາບຂູ່ການບຸກໂຈມຕີດ້ານຍຸດທະສາດເລັ່ງໃສ່ອາເມລິກາ, ບັນດາສຳພັນທະມິດ ແລະ ຄູ່ຮ່ວມມື, ນາບຂູ່ບັນດາການກະທຳກະຫາຍສົງຄາມ, ພ້ອມທັງກຽມໃຫ້ໄດ້ຮັບໄຊຊະນະໃນການປະທະກັນເມື່ອມີຄວາມຈຳເປັນ, ໃຫ້ບຸລິມະສິດແຖວໜ້າຕໍ່ສິ່ງທ້າທາຍຂອງຈີນຢູ່ພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ, ຫຼັງຈາກນັ້ນແມ່ນສິ່ງທ້າທາຍຂອງ ລັດເຊຍຢູ່ ເອີລົບ ແລະ ສຸດທ້າຍແມ່ນການສ້າງລະບົບນິເວດ ປ້ອງກັນຊາດ ແລະ ທະຫານປະສົມແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ